lo_tn/psa/027/001.md

2.8 KiB

ຂໍ້​ມູນ​ທົ່ວ​ໄປ:

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1)ດາວິດຂຽນບົດ​ເພງ​ສັນ​ຣະ​ເສີນຫລື 2) ບົດ​ເພງ​ສັນ​ຣະ​ເສີນແມ່ນກ່ຽວກັບດາວິດ ຫລື 3) ບົດ​ເພງ​ສັນ​ຣະ​ເສີນແມ່ນຢູ່ໃນແບບບົດ​ເພງ​ສັນ​ຣະ​ເສີນຂອງດາວິດ.

ພ​ຣະ​ຢາ​ເວ​ຊົງ​ເປັນ​ຄວາມ​ສະຫ​ວ່າງ

ໃນນີ້ "ແສງສະຫວ່າງ" ເປັນຕົວແທນໃຫ້ແກ່ຊີວິດ. ອາດແປໄດ້ອີກວ່າ: "ພຣະຢາເວແມ່ນແຫລ່ງຂອງຊີວິດຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂ້າ​ນ້ອຍ​ຈະ​ເກງກົວ​ຜູ້​ໃດແດ່?

ຄຳຖາມນີ້ເນັ້ນຫນັກວ່າບໍ່ມີໃຜທີ່ດາວິດຄວນຢ້ານກົວ. ອາດແປໄດ້ອີກວ່າ: "ຂ້ານ້ອຍຈະບໍ່ຢ້ານໃຜເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

ພ​ຣະ​ຢາ​ເວ​ຊົງ​ເປັນ​ທີ່​ລີ້​ພັຍ​ແຫ່ງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ

ເລື່ອງນີ້ເວົ້າກ່ຽວກັບພ​ຣະ​ຢາ​ເວ​ຄືກັບວ່າລາວເປັນສະຖານທີ່ໆຜູ້ຄົນສາມາດໄປເພື່ອຄວາມປອດໄພ. ອາດແປໄດ້ອີກວ່າ: "ພ​ຣະ​ຢາ​ເວ​ແມ່ນຜູ້ທີ່ຮັກສາຂ້ານ້ອຍໃຫ້ປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້າ​ນ້ອຍ​ຈະ​ເກງກົວ​ຜູ້​ໃດແດ່?

ຄຳຖາມນີ້ເນັ້ນຫນັກວ່າບໍ່ມີໃຜທີ່ດາວິດຄວນຢ້ານ. ອາດແປໄດ້ອີກວ່າ: "ຂ້ານ້ອຍຈະບໍ່ຢ້ານໃຜເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).