lo_tn/psa/026/006.md

2.4 KiB
Raw Permalink Blame History

​ຂ້າ​ນ້ອຍ​ລ້າງ​ມື​ຂອງ​ຂ້າ​ນ້ອຍ​ເພື່ອ​ສະ​ແດງ​ຄວາມ​ບໍ​ຣິ​ສຸດ

ນີ້ເບິ່ງຄືວ່າຈະອ້າງເຖິງການລ້າງມືໃນນ້ຳເພື່ອເປັນສັນຍາລັກແຫ່ງອິດສະຫລະຈາກບາບ ແລະ ຄວາມຮູ້ສຶກຜິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ຂ້ານ້ອຍຍ່າງ​ຮອບ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ອົງ

ນີ້ແມ່ນການກະທຳຂອງການນະມັດສະການທີ່ຊາວອິດສະຣາເອນເຄີຍເຮັດ.

​ວິ​ຫານ​ຂອງ​ພ​ຣະ​ອົງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຖ້າບຸກຄົນໃດຫນຶ່ງຂຽນເລື່ອງນີ້ຫລັງຈາກເວລາຂອງດາວິດ, ຫລັງຈາກນັ້ນນັກຂຽນກໍ່ອ້າງເຖິງພຣະວິຫານໃນເຢຣູຊາເລັມ ຫລື 2) ຖ້າດາວິດຂຽນນີ້, ນີ້ຫມາຍເຖິງເຕັນທີ່ພຣະເຈົ້າບອກປະຊາຊົນຂອງລາວຕັ້ງດັ່ງນັ້ນເຂົາເຈົ້າສາມາດນະມັດສະການພຣະອົງຢູ່ທີ່ນັ້ນ.

​ເປັນ​ບ່ອນສະ​ຖິດ​ຂອງ​ພ​ຣະ​ອົງ, ທີ່ຊຶ່ງສະຫງ່າຣາສີຂອງພຣະອົງປຣະທັບຢູ່

ຢູ່ທີ່ນີ້ "ສະຫງ່າຣາສີ" ສະແດງເຖິງການມີ ແລະພະລັງຂອງພຣະເຈົ້າ, ເຊິ່ງຄ້າຍກັບແສງສະຫວ່າງທີ່ສົດໃສຫລາຍ. ອາດແປໄດ້ອີກວ່າ: "ສະຖານທີ່ໆຜູ້ຄົນສາມາດເຫັນແສງສະຫວ່າງອັນຮຸ່ງເຮືອງຂອງການຊົງສະຖິດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).