lo_tn/psa/025/017.md

3.4 KiB

​ຄວາມ​ທຸກ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ​ພ​ຣະ​ອົງ​ກໍ​ເພີ້ມ​ຫລາຍ​ຂຶ້ນ

ໃນນີ້ "ຫົວໃຈ" ສະແດງເຖິງຄວາມຮູ້ສຶກຂອງຄົນ. ອາດແປໄດ້ອີກວ່າ: "ຂ້ານ້ອຍຮູ້ສຶກກັງວົນໃຈຫລາຍກວ່າເກົ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ອອກ​ຈາກ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ

"ເອົາຂ້ານ້ອຍອອກຈາກຄວາມຫຍຸ້ງຍາກຂອງຂ້ອຍ." ນີ້ເວົ້າເຖິງຄວາມຫຍຸ້ງຍາກຄືກັບວ່າມັນແມ່ນສະຖານທີ່ໆບຸກຄົນສາມາດຖືກນຳອອກມາ. ອາດແປໄດ້ອີກວ່າ: "ກູ້ເອົາຂ້ານ້ອຍຈາກຄວາມຫຍຸ້ງຍາກຂອງຂ້ານ້ອຍ" ຫລື "ບັນເທົາຄວາມເຈັບປວດຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ

ຄຳວ່າ "ກັງວົນ" ແມ່ນຄຳນາມທີ່ເປັນນາມມະທຳ. ອາດແປໄດ້ອີກວ່າ: "ສິ່ງທີ່ເຮັດໃຫ້ຂ້ານ້ອຍກັງວົນໃຈ" ຫລື "ສິ່ງທີ່ເຮັດໃຫ້ຂ້ານ້ອຍຢ້ານກົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns).

ຂໍ​ຊົງ​ແນມ​ເບິ່ງ​ຄວາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ

"ສັງເກດຄວາມທຸກທໍລະມານຂອງຂ້ານ້ອຍ"

ຄວາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ

ຄຳນາມທີ່ເປັນນາມມະທຳ "ຄວາມທຸກທໍລະມານ" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ສິ່ງທີ່ສ້າງຄວາມເດືອດຮ້ອນໃຫ້ຂ້ານ້ອຍ" ຫລື "ຂ້ານ້ອຍເຈັບປວດຫລາຍປານໃດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns).

ຄວາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ

ຄຳວ່າ "ຄວາມລຳບາກ" ແມ່ນຄຳນາມທີ່ເປັນນາມມະທຳ. ອາດແປໄດ້ອີກວ່າ: "ສິ່ງທີ່ສ້າງຄວາມເດືອດຮ້ອນໃຫ້ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns).

ພວກ​ເຂົາ​ກຽດ​ຊັງ​ຂ້າ​ນ້ອຍ​ຢ່າງ​ຄຽດ​ແຄ້ນ​ຫລາຍ

"ພວກເຂົາກຽດຊັງຂ້ານ້ອຍຢ່າງໂຫດຮ້າຍ" ຫລື "ພວກເຂົາກຽດຊັງຂ້ານ້ອຍຢ່າງຮຸນແຮງ".