lo_tn/psa/025/006.md

4.4 KiB

ຂໍ​ຊົງ​ຣະ​​ນຶກ​ເຖິງ​

ນີ້ແມ່ນສຳນວນ. ນີ້ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າລືມບາງຢ່າງ. ນັກຂຽນກຳລັງຮ້ອງຂໍໃຫ້ພຣະເຈົ້າຄິດ ແລະ ພິຈາລະນາການກະທຳຂອງຄວາມເມດຕາ ແລະຄວາມສັດຊື່ຂອງລາວ. ອາດແປໄດ້ອີກວ່າ: "ຈື່" ຫລື "ຄິດກ່ຽວກັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄວາມເມດຕາ​ແລະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ

ຄຳນາມທີ່ເປັນນາມມະທຳທີ່ມີຊື່ວ່າ "ຄວາມເຫັນອົກເຫັນໃຈ" ແລະ "ຄວາມຊື່ສັດ" ສາມາດຖືກກ່າວເຖິງເປັນຄຳຄຸນນາມ. ອາດແປໄດ້ອີກວ່າ: "ວິທີ ທີ່ທ່ານໄດ້ເຫັນອົກເຫັນໃຈ ແລະຊື່ສັດຕໍ່ຂ້ານ້ອຍຍ້ອນພັນທະສັນຍາຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເພາະ​ສິ່ງ​ເຫລົ່າ​ນັ້ນ​ໄດ້​ມີ​ຢູ່​ຕະ​ຫລອດ​ມາ

ໃນນີ້ "ພວກເຂົາ" ເປັນຕົວຕົນຂອງຄວາມເມດຕາ ແລະຄວາມສັດຊື່ຂອງພັນທະສັນຍາຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ສຳລັບນັ້ນແມ່ນວິທີ ທີ່ພຣະອົງເຄີຍເປັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຂໍ​ຢ່າ​ຊົງ​ຣະ​ນຶກເຖິງ​ບັນ​ດາ​ຄວາມ​ບາບ​ໃນ​ໄວ​ຫນຸ່ມ​ຂອງ​ຂ້າ​ນ້ອຍ​

ຄຳນາມທີ່ເປັນນາມມະທຳ "ບາບ" ສາມາດຖືກກ່າວເຖິງວ່າ "ເຮັດບາບ." ອາດແປໄດ້ອີກວ່າ: "ຢ່າຄິດກ່ຽວກັບວິທີ ທີ່ຂ້ານ້ອຍໄດ້ເຮັດຜິດຕໍ່ພຣະອົງໃນຕອນຂ້ານ້ອຍຍັງຫນຸ່ມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns).

ຫລື​ການ​ກະ​ບົດ​ຂອງ​ຂ້າ​ນ້ອຍ

ຄຳນາມທີ່ເປັນນາມມະທຳ "ການກະບົດ" ສາມາດຖືກກ່າວເຖິງວ່າ "ກະບົດ." ອາດແປໄດ້ອີກວ່າ: ຫລື ກ່ຽວກັບວິທີ ທີ່ຂ້ານ້ອຍໄດ້ກະບົດຕໍ່ພຣະອົງ "(ເບິ່ງເພີ່ມເຕີມ: fig abstract nouns).

ຂໍ​ຊົງ​ຣະ​ນຶກ​ເຖິງ​ຂ້າ​ນ້ອຍ

ນີ້ແມ່ນສຳນວນ. ນີ້ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າລືມບາງຢ່າງ. ນັກຂຽນກຳລັງຂໍໃຫ້ພຣະເຈົ້າຄິດກ່ຽວກັບລາວ. ອາດແປໄດ້ອີກວ່າ: "ຈື່ຂ້ານ້ອຍ" ຫລື "ຄິດກ່ຽວກັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ອັນ​ເນື່ອງ​ມາ​ຈາກ​ຄວາມ​ດີ​ຂອງ​ພ​ຣະ​ອົງ

ຄຳນາມທີ່ເປັນນາມມະທຳທີ່ຊື່ວ່າ "ຄວາມຊື່ສັດ" ແລະ "ຄວາມດີງາມ" ສາມາດຖືກກ່າວເຖິງເປັນຄຳຄຸນນາມ. ອາດແປໄດ້ອີກວ່າ: "ແລະຊື່ສັດຕໍ່ຂ້ານ້ອຍເພາະພັນທະສັນຍາຂອງພຣະອົງ, ເພາະພຣະອົງຊົງແສນດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)