lo_tn/psa/025/001.md

4.3 KiB

ຂໍ້​ມູນ​ທົ່ວ​ໄປ:

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ດາວິດຂຽນບົດ​ເພງ​ສັນ​ຣະ​ເສີນ​ ຫລື 2) ບົດ​ເພງ​ສັນ​ຣະ​ເສີນ​ແມ່ນກ່ຽວກັບດາວິດຫລື 3) ບົດ​ເພງ​ສັນ​ຣະ​ເສີນ​ແມ່ນຢູ່ໃນແບບຂອງບົດ​ເພງ​ສັນ​ຣະ​ເສີນ​ຂອງດາວິດ.

ຂ້າ​ນ້ອຍຍົກ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​

ປະໂຫຍກທີ່ວ່າ "ຍົກສູງຊີວິດຂ້ານ້ອຍ" ແມ່ນຄຳ ປຽບທຽບ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນັກຂຽນກຳລັງໃຫ້ຕົວເອງແກ່ພຣະຢາເວ, ຊຶ່ງຫມາຍຄວາມວ່າລາວແມ່ນຂຶ້ນກັບພຣະຢາເວ. ອາດແປໄດ້ອີກວ່າ: "ຂ້ານ້ອຍໃຫ້ຕົວເອງກັບເຈົ້າ" ຫລື 2) ລາວກຳລັງສະເຫນີຄຳອະທິຖານ ແລະການບູຊາພຣະຢາເວ. ອາດແປໄດ້ອີກວ່າ: "ຂ້ານ້ອຍນະມັດສະການ ແລະບູຊາພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຢ່າປ່ອຍໃຫ້ສັດຕູຂອງຂ້ານ້ອຍເຮັດໃຫ້ຂ້ານ້ອຍອັບອາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ອັບ​ອາຍ

"ຂີ້ອາຍ"

ດີ​ໃຈ​ເຫນືອ​ຂ້າ​ນ້ອຍ​

"ປິຕິຍິນດີໃນການເອົາຊະນະຂ້ານ້ອຍ." ປະໂຫຍກທີ່ວ່າ "ເຫນືອຂ້ານ້ອຍ" ຫມາຍຄວາມວ່າສັດຕູຂອງລາວໄດ້ເອົາຊະນະລາວ ແລະຢືນຢູ່ເຫນືອໄຊຊະນະ. ອາດແປໄດ້ອີກວ່າ: "ເອົາຊະນະຂ້ານ້ອຍແລະມີຄວາມປິຕິຍິນດີກ່ຽວກັບມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom) piti nyindi naikan aosana khony paojkthiva henu khony maikhuaamva

ຂໍ​ຢ່າ​ໃຫ້​ຜ​ູ້​ທີ່​ຫວັງ​ໃຈ​ໃນ​ພ​ຣະ​ອົງ​ຕ​້ອງ​ຂາຍ​ຫນ້າ

"ຢ່າໃຫ້ຜູ້ທີ່ຫວັງໃນຕົວພຣະອົງເສີຍເມີຍ". ຄວາມອັບອາຍສາມາດມາຈາກການຖືກສັດຕູຂອງພວກເຂົາເອົາຊະນະ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຢ່າປ່ອຍໃຫ້ສັດຕູເອົາຊະນະຜູ້ທີ່ຫວັງໃນພຣະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-activepassive]])

​ຜ​ູ້​ທີ່​ຫວັງ​ໃຈ​ໃນ​ພ​ຣະ​ອົງ

"ຜູ້ທີ່ໄວ້ວາງໃຈໃນພຣະອົງ."

ເຮັດ​ການ​ຫັກ​ຫລັງ

"ກະທຳຕົວຫລອກລວງ" ຫລື "ກະທຳແບບຫລອກລວງ"

ໂດຍ​ບໍ່ມີ​ເຫດ​ຜົນ

"ໂດຍບໍ່ມີສາເຫດ"