lo_tn/psa/024/005.md

3.8 KiB

ເຂົາ​ຈະ​ຮັບ​ພ​ຣະ​ພອນ​ຈາກ​ພ​ຣະ​ຢາ​ເວ

ຄຳວ່າ "ເຂົາ​" ບໍ່ໄດ້ຫມາຍເຖິງຄົນຫນຶ່ງສະເພາະ. ມັນຫມາຍເຖິງຄົນທີ່ມີຫົວໃຈບໍລິສຸດທີ່ກ່າວເຖິງໃນຂໍ້ກ່ອນຫນ້ານີ້. ຄຳນາມທີ່ເປັນນາມມະທຳ "ພຣະພອນ" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ພຣະຢາເວຈະຊົງອວຍພອນພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-genericnoun]] ແລະ [[rc:///ta/man/translate/figs-abstractnouns]]).

ແລະ​ຮັບ​ຄວາມ​ຊ​ອບ​ທັມ​ຈາກ​ ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ເຂົາ

ຄຳນາມທີ່ເປັນນາມມະທຳ "ຄວາມຊອບທຳ" ສາມາດຖືກກ່າວເຖິງວ່າ "ຊອບທຳ". ແລະ, "ຄວາມລອດ" ສາມາດຖືກກ່າວເປັນ "ກອບກູ້". ອາດແປໄດ້ອີກວ່າ: "ແລະພຣະເຈົ້າຈະປະຕິບັດກັບລາວຢ່າງຊອບທຳ ແລະຊ່ວຍລາວໃຫ້ລອດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເຊັ່ນ​ນີ້​ແຫລະ​ເປັນ​ຍຸກ​ຂອງ​ຄົນ​ທີ່​ສະ​ແຫວງຫາ​ພ​ຣະ​ອົງ

ທີ່ນີ້ "ຍຸກ​ຂອງ​ຄົນ" ສະແດງເຖິງຄົນທົ່ວໄປ. ອາດແປໄດ້ອີກວ່າ: "ຄົນທີ່ສະແຫວງຫາພຣະອົງແມ່ນເປັນແບບນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ຄົນ​ທີ່​ສະ​ແຫວງຫາ​ພ​ຣະ​ອົງ, ຄື​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາພຣະພັກ​​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ

ຄຳຖະແຫລງທັງສອງຫມາຍເຖິງສິ່ງດຽວກັນ. ພວກເຂົາທັງສອງຫມາຍເຖິງຜູ້ທີ່ໄປວິຫານເພື່ອນະມັດສະການພຣະເຈົ້າ. ອາດແປໄດ້ອີກວ່າ: "ຜູ້ທີ່ເຂົ້າຫາພຣະເຈົ້າ, ພວກເຂົາແມ່ນຜູ້ທີ່ອາດຈະນະມັດສະການພຣະເຈົ້າ, ຜູ້ທີ່ພວກເຮົາຊາວອິດສະຣາເອນນະມັດສະການ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຄົນ​ທີ່​ສະ​ແຫວງຫາ​ພ​ຣະ​ອົງ

ການໄປພຣະວິຫານເພື່ອນະມັດສະການພຣະຢາເວແມ່ນເວົ້າເຖິງວ່າຄົນນັ້ນກຳລັງຊອກສະແຫວງຫາພຣະອົງແທ້ໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະພັກ​​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ

ໃນນີ້ "ຫນ້າ" ຢືນສຳລັບຄົນທັງຫມົດ. ອາດແປໄດ້ອີກວ່າ: "ພຣະເຈົ້າຂອງຢາໂຄບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)