lo_tn/psa/023/005.md

2.3 KiB

ຂໍ້​ມູນ​ທົ່ວ​ໄປ:

ບັດນີ້ນັກຂຽນບອກວ່າພຣະເຈົ້າເປັນຄືກັບຄົນທີ່ຕ້ອນຮັບແຂກມາເຮືອນ ແລະ ປົກປ້ອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ພຣະ​ອົງ​ຊົງ​ຈັດ​ຕຣຽມ​ໂຕະ​ອາ​ຫານ

ໂຕະເປັນຕົວແທນໃຫ້ແກ່ການກິນລ້ຽງ ເພາະວ່າຜູ້ຄົນຈະເອົາອາຫານທັງຫມົດໃສ່ເທິງໂຕະ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຕໍ່​ຫນ້າ​ສັດ​ຕຣູ​

ຄວາມຫມາຍທີ່ນີ້ແມ່ນນັກຂຽນບໍ່ໄດ້ກັງວົນກັບສັດຕູຂອງລາວເພາະວ່າລາວເປັນແຂກຜູ້ມີກຽດຂອງອົງພຣະຜູ້ເປັນເຈົ້າ ແລະ ດັ່ງນັ້ນຈິ່ງໄດ້ຮັບການປົກປ້ອງຈາກອັນຕະລາຍ. ອາດແປໄດ້ອີກວ່າ: "ເຖິງວ່າຈະມີສັດຕູຂອງຂ້ານ້ອຍຢູ່"

ໄດ້​ຊົງ​ເຈີມ​ຫົວ​ຂອງ​ຂ້າ​ນ້ອຍ​ດ້ວຍ​ນ້ຳ​ມັນ

ບາງຄັ້ງຜູ້ຄົນເອົານ້ຳມັນໃສ່ຫົວຂອງແຂກເພື່ອໃຫ້ກຽດພວກເຂົາ.

ຖ້ວຍ​ຂອງ​ຂ້າ​ນ້ອຍ​ກໍ​ລົ້ນ​ຢູ່.

ຕໍ່ໄປນີ້ແມ່ນຈອກເຫລົ້າແວງຫນຶ່ງທີ່ໄຫລອອກມາເປັນຕົວແທນໃຫ້ແກ່ພອນທັງຫລາຍ. ອາດແປໄດ້ອີກວ່າ: "​ພ​ຣະ​ອົງ​ຕື່ມເຕັມຈອກຂອງຂ້ານ້ອຍຫລາຍຈົນມັນໄຫລລົ້ນ" ຫລື "​ພ​ຣະ​ອົງ​ໃຫ້ພອນແກ່ຂ້ານ້ອຍຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).