lo_tn/psa/023/004.md

3.1 KiB

ຂໍ້​ມູນ​ທົ່ວ​ໄປ:

ບົດເພງນີ້ສືບຕໍ່ບອກເຖິງວິທີທີ່ພຣະເຈົ້າຫ່ວງໃຍພວກເຮົາຄືກັບຜູ້ລ້ຽງແກະທີ່ດູແລຝູງແກະຂອງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ແມ່ນຂ້າ​ນ້ອຍ​ຈະ​ຍ່າງ​ໄປ​ຕາມ​ຮ່ອມ​ເຂົາ​ເງົາ​ມືດ​ມິດ

ນັກຂຽນໄດ້ພັນລະນາຄົນຫນຶ່ງທີ່ກຳລັງປະສົບບັນຫາຮ້າຍແຮງຄືກັບວ່າລາວເປັນແກະໂຕຫນຶ່ງທີ່ຍ່າງຜ່ານຮ່ອມພູທີ່ມືດ ແລະອັນຕະລາຍ. ຢູ່ທີ່ນັ້ນແກະໂຕຫນຶ່ງຈະສູນເສຍຫລືຖືກສັດປ່າທຳຮ້າຍ. ອາດແປໄດ້ອີກວ່າ: "ເຖິງແມ່ນວ່າຊີວິດຂອງຂ້ານ້ອຍຈະຄືກັບການຍ່າງຜ່ານຮ່ອມພູທີ່ມືດ ແລະອັນຕະລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ​ອັນ​ຕະ​ຣາຍ​ໃດໆ

ຄຳນາມທີ່ເປັນນາມມະທຳສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ຂ້ານ້ອຍຈະບໍ່ຢ້ານສິ່ງທີ່ເປັນອັນຕະລາຍຕໍ່ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

​ພ​ຣະ​ອົງ​ສະ​ຖິດ​ກັບ​ຂ້າ​ນ້ອຍ

ໃນນີ້ "​ພ​ຣະ​ອົງ​" ຫມາຍເຖິງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ໄມ້​ຄ້ອນ​ແລະ​ໄມ້​ເທົ້າ​ຂອງ​ພ​ຣະ​ອົງ​ຊົງ​ປອບ​ໃຈ​ຂ້າ​ນ້ອຍ

ໄມ້​ຄ້ອນ ແລະ ​ໄມ້​ເທົ້າ​ເປັນຕົວແທນໃຫ້ການປົກປ້ອງເພາະວ່າຜູ້ລ້ຽງແກະໃຊ້ມັນເພື່ອປົກປ້ອງຝູງແກະຂອງພວກເຂົາຈາກອັນຕະລາຍ. ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ຢ້ານເພາະວ່າ​ພ​ຣະ​ອົງ​ປົກປ້ອງຂ້ານ້ອຍຄືກັບຜູ້ລ້ຽງທີ່ປົກປ້ອງຝູງແກະຂອງເຂົາດ້ວຍໄມ້ຄ້ອນ ແລະ ​ໄມ້​ເທົ້າ​ຂອງ​ພ​ຣະ​ອົງ​" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy