lo_tn/psa/023/003.md

2.1 KiB

ຂໍ້​ມູນ​ທົ່ວ​ໄປ:

ບົດເພງສັນລະເສີນນີ້ສືບຕໍ່ບອກເຖິງວິທີ ທີ່ພຣະເຈົ້າຫ່ວງໃຍພວກເຮົາຄືກັບຜູ້ລ້ຽງແກະ ດູແລຝູງແກະຂອງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊົງ​ນຳ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກັບ​ຄືນ​ມາ

ນີ້ຫມາຍຄວາມວ່າພຣະເຈົ້າເຮັດໃຫ້ຄົນທີ່ອ່ອນແອແລະ ເມື່ອຍລ້າເພື່ອຈະແຂງແຮງ ແລະໄດ້ພັກຜ່ອນອີກຄັ້ງ.

ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ຕາມ​ທາງ​ຊອບ​ທັມ

ການສະແດງໃຫ້ບຸກຄົນຫນຶ່ງຮູ້ວິທີດຳເນີນຊີວິດທີ່ເຮັດໃຫ້ພຣະເຈົ້າພໍໃຈໄດ້ຖືກກ່າວເຖິງຄືກັບວ່າຜູ້ລ້ຽງແກະສະແດງໃຫ້ຝູງແກະເປັນເສັ້ນທາງທີ່ຖືກຕ້ອງ. ອາດແປໄດ້ອີກວ່າ: "ພຣະອົງສະແດງໃຫ້ຂ້ານ້ອຍເຫັນວິທີທີ່ຈະດຳລົງຊີວິດທີ່ຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ເຫັນ​ແກ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ

ປະໂຫຍກທີ່ວ່າ "ຊື່ຂອງພຣະອົງ" ຢູ່ນີ້ຫມາຍເຖິງນາມຊື່ຂອງພຣະອົງ. ອາດແປໄດ້ອີກວ່າ: "ເພື່ອພຣະນາມຂອງພຣະອົງ" ຫລື "ເພື່ອໃຫ້ປະຊາຊົນເຄົາລົບພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).