lo_tn/psa/022/026.md

4.0 KiB

ຜ​ູ້​ທີ່​ຖືກ​ຂົ່ມ​ເຫັງ​ຈະ​ໄດ້​ກິນ​ອີ່​ມ

ນີ້ຫມາຍເຖິງອາຫານສາມັກຄີທຳເຊິ່ງເກີດຂຶ້ນຫລັງຈາກນັກຂຽນໄດ້ຖວາຍເຄື່ອງບູຊາທີ່ພຣະເຈົ້າໄດ້ສັນຍາໄວ້. ພຣະອົງຈະອະນຸຍາດໃຫ້ຜູ້ທີ່ທຸກທໍລະມານໄດ້ກິນອາຫານໃນສ່ວນຫນຶ່ງຂອງສັດທີ່ເຂົາຖວາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ບັນ​ດາ​ຜູ້​ທີ່​ສະ​ແຫວງ​ພ​ຣະ​ຢາ​ເວ​

ຜູ້ທີ່ຕ້ອງການຮູ້ຈັກ​ພ​ຣະ​ຢາ​ເວ​ ແລະສັນລະເສີນພຣະອົງ ແມ່ນເວົ້າຄືກັບວ່າພວກເຂົາກຳລັງສະແຫວງຫາ​ພ​ຣະ​ຢາ​ເວ​. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍ​ໃຫ້​ໃຈ​ຂອງ​ທ່ານ​ທັງ​ຫລາຍ​ ມີ​ຊີ​ວິດ​ຢູ່​ຕະ​ຫລອດ​ໄປ

ໃນນີ້ "ຫົວໃຈ" ເປັນຕົວແທນຂອງຄົນທັງຫມົດ. ອາດແປໄດ້ອີກວ່າ: "ຂໍໃຫ້ທ່ານມີຊີວິດຕະຫລອດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

​ໃຈ​ຂອງ​ທ່ານ

ໃນນີ້ "ຂອງທ່ານ" ແມ່ນເປັນຈຳນວນຫລາຍ ແລະ ຫມາຍເຖິງຄົນທີ່ຖືກກົດຂີ່ຂົ່ມເຫັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຈະ​ຣະ​ນຶກ​ໄດ້​ ແລະ​ຫັນ​ໄປ​ຫາ​ພ​ຣະ​ຢາ​ເວ

ເລີ່ມຕົ້ນທີ່ຈະເຊື່ອຟັງພ​ຣະ​ຢາ​ເວ ແມ່ນເວົ້າຄືຖ້າຫາກວ່າປະຊາຊົນຫັນໄປສູ່ການພ​ຣະ​ຢາ​ເວໂດຍຮ່າງກາຍ. ອາດແປໄດ້ອີກວ່າ: "ຈະລະນຶກເຖິງພ​ຣະ​ຢາ​ເວ ແລະເຊື່ອຟັງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບັນ​ດາ​ປະ​ຊາຊົນ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ກົ້ມ​ກາບ​ລົງ​ຕໍ່​ພ​ຣະ​ອົງ

ນີ້ຫມາຍຄວາມວ່າຄືກັນກັບພາກທຳອິດຂອງປະໂຫຍກ. ນັກຂຽນໄດ້ເນັ້ນຫນັກວ່າທຸກຄົນຈາກທຸກແຫ່ງຫົນຈະນະມັດສະການ ແລະເຊື່ອຟັງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈະ​ກົ້ມ​ກາບ​ລົງ​ຕໍ່​ພ​ຣະ​ອົງ

ນີ້ແມ່ນສັນຍານຂອງການໃຫ້ກຽດ ແລະນັບຖືຕໍ່ບາງຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction).

ກ່ອນທີ່ທ່ານຈະ

ໃນນີ້ "ທ່ານ" ຫມາຍເຖິງພຣະຢາເວ. ມັນສາມາດຖືກແປໃນບຸກຄົນທີສາມເພື່ອກົງກັບສ່ວນທຳອິດຂອງປະໂຫຍກ. ອາດແປໄດ້ອີກວ່າ: "ກ່ອນພຣະອົງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-123person]])