lo_tn/psa/022/016.md

3.2 KiB

ຫມາ​ໄດ້​ລຸມ​ອ້ອມ​ຂ້າ​ນ້ອຍ

ນັກຂຽນເວົ້າກ່ຽວກັບສັດຕູຂອງລາວຄືກັບວ່າພວກເຂົາເປັນຫມາ. ສັດຕູຂອງລາວກຳລັງເຂົ້າມາໃກ້ລາວຄືກັບຫມາປ່າເຮັດກັບສັດທີ່ກຳລັງຈະຕາຍ. ອາດແປໄດ້ອີກວ່າ: "ສັດຕູຂອງຂ້ານ້ອຍຄືກັນກັບຫມາທີ່ອ້ອມຮອບຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຫລົ່າ​ພວກ​ຄົນ​ເຮັດ​ຊົ່ວ​

"ກຸ່ມຄົນຮ້າຍ" ຫລື "ແກ້ງຄົນຮ້າຍ"

ອ້ອມ

"ອ້ອມຮອບ"

ພ​ວກ​ເຂົາ​ໄດ້​ແທງ​ມື​ແທງ​ຕີນ​ຂ້າ​ນ້ອຍ

ນີ້ຍັງສືບຕໍ່ການປຽບທຽບໃສ່ກັບຫມາ. ນັກຂຽນເວົ້າກ່ຽວກັບສັດຕູຂອງລາວຄືກັບວ່າພວກເຂົາເປັນຫມາທີ່ກຳລັງກັດ ແລະເຈາະມື ແລະຕີນຂອງລາວດ້ວຍແຂ້ວຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ໄດ້​ແທງ

ເຈາະຜ່ານບາງສິ່ງບາງຢ່າງດ້ວຍວັດຖຸແຫລມຄົມ.

ຂ້າ​ນ້ອຍ​ສາ​ມາດ​ນັບ​ກະ​ດູກ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ໄດ້

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນັກຂຽນແມ່ນຈ່ອຍຜອມຈົນສາມາດແນມເຫັນກະດູກຂອງລາວ. ອາດແປໄດ້ອີກວ່າ: "ຂ້ານ້ອຍສາມາດເຫັນກະດູກທັງຫມົດຂອງຂ້ານ້ອຍ" ຫລື "ຂ້ານ້ອຍສາມາດຮູ້ສຶກເຖິງກະດູກຂອງຂ້ານ້ອຍແຕ່ລະຂ້າງ" ຫລື 2) ສິ່ງນີ້ຍັງສືບຕໍ່ການປຽບທຽບຫມາ ແລະນັກຂຽນສາມາດເຫັນກະດູກຂອງລາວຫລັງຈາກທີ່ຫມາກັດເນື້ອຫນັງຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກ​ເຂົາ​ຈ້ອງ​ເບິ່ງ​ທີ່​ຂ້າ​ນ້ອຍ

ຄຳເວົ້າທີ່ວ່າ "ເບິ່ງ" ແລະ "ຈ້ອງເບິ່ງ" ຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະເນັ້ນຫນັກ ວ່າຜູ້ຄົນເບິ່ງລາວຢ່າງຫນ້າອາຍ ແລະເຢາະເຢີ້ຍລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)