lo_tn/psa/021/003.md

2.3 KiB

ພ​ຣະ​ອ​ົງ​ຊົງ​ນຳ​ການອວຍ​ພອນ​ອັນ​ຮັ່ງ​ມີ​ມາ

ຄຳນາມ "ອວຍພອນ" ເປັນນາມມະທຳສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ພຣະອົງອວຍພອນລາວຢ່າງຫລວງຫລາຍ" ຫລື "ພຣະອົງໃຫ້ສິ່ງດີໆຫລາຍຢ່າງແກ່ລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພ​ຣະ​ອົງ​ຊົງ​ສວມ​ມົງ​ກຸດ​ທອງ​ຄຳ​ບໍ​ຣິສຸດ​ເທິງ​ຫົວ​ຂອງ​ທ່ານ

ການສວມມົງກຸດລົງເທິງຫົວຂອງຄົນ ແມ່ນສັນຍາລັກຂອງການໃຫ້ລາວເປັນກະສັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ມົງ​ກຸດ​ທອງ​ຄຳ​ບໍ​ຣິສຸດ​

ໃນນີ້ "ຄຳບໍລິສຸດ" ສະແດງເຖິງກຽດສັກສີອັນຍິ່ງໃຫຍ່ທີ່ມອບໃຫ້ກະສັດ.

ທ່ານ​ໄດ້​ທູນ​ຂໍ​ຊີ​ວິດ​ຕໍ່​ພ​ຣະ​ອົງ; ພ​ຣະ​ອົງ​ກໍ​ປະ​ທານ​ຊີ​ວິດ​ນັ້ນ​ໃຫ້​ແກ່​ທ່ານ

ຄຳນາມທີ່ເປັນນາມມະທຳ "ຊີວິດ" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ລາວຖາມວ່າທ່ານເຮັດໃຫ້ລາວຢູ່ເປັນເວລາດົນນານ; ທ່ານກໍ່ໃຫ້ມັນເກີດຂຶ້ນ" (ເບິ່ງເພີມເຕີມ: rc://*/ta/man/translate/figs-abstractnouns)

​ມີ​ຊີ​ວິດ​ຍືນ​ຍາວຕະ​ຫລອດ​ໄປ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຊີວິດທີ່ຍາວນານຫລື 2) ຊີວິດນິລັນດອນ ຫລື 3) ເຊື້ອສາຍທີ່ຍາວນານ.