lo_tn/psa/018/040.md

2.3 KiB

ໃຫ້​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຫັນ​ຫລັງ​ຫນີ​ຈາກຂ້າ​ນ້ອຍ;

ນີ້ສະແດງເຖິງໄຊຊະນະເຫນືອສັດຕູຂອງຄົນຫນຶ່ງ. ອາດແປໄດ້ອີກວ່າ: "ໄຊຊະນະເຫນືອສັດຕູຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂ້າ​ນ້ອຍ​ໄດ້​ທຳ​ລາຍ​ລ້າງ​ບັນ​ດາ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ

"ຂ້ານ້ອຍໄດ້ເອົາຊະນະຄົນທີ່ກຽດຊັງຂ້ານ້ອຍ" ຫລື "ຂ້ານ້ອຍໄດ້ທຳລາຍຜູ້ທີ່ກຽດຊັງຂ້ານ້ອຍຫມົດ"

ແຕ່​ພ​ຣະ​ອົງ​ບໍ່​ຊົງ​ຕອບ​ພວກ​ເຂົາ

ນີ້ຫມາຍຄວາມວ່າພຣະຢາເວບໍ່ໄດ້ໃຫ້ການຊ່ວຍເຫລືອໃດໆ. ອາດແປໄດ້ອີກວ່າ: "ແຕ່ລາວບໍ່ໄດ້ຊ່ວຍພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຂ້າ​ນ້ອຍ​ທຸບ​ພວກ​ເຂົາ​ໃຫ້​ແຫລກ​ລະ​ອຽດ ​ຄື​ຝຸ່ນ​ທີ່​ຖືກ​ລົ​ມ​ພັດ

ຜູ້ຂຽນເພງສັນລະເສີນປຽບທຽບສັດຕູຄືກັບຂີ້ຝຸ່ນເພື່ອສະແດງວ່າພວກເຂົາໄດ້ຊະນະແນວໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).

ຂ້າ​ນ້ອຍ​ໂຍນ​ພວກ​ເຂົາ​ຖິ້ມ​ຄື​ຂີ້​ຕົມ​ຕາມ​ຫົນ​ທາງ

ຜູ້ຂຽນເພງສັນລະເສີນປຽບທຽບສັດຕູຄືກັບຂີ້ຕົມ ຕາມຫົນທາງ ເພື່ອສະແດງວ່າພວກເຂົາໄດ້ຊະນະແນວໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).