lo_tn/psa/018/037.md

2.5 KiB

​ຂ້າ​ນ້ອຍ​ໄດ້​ຕີ​ພວກ​ເຂົາ

"ຂ້ານ້ອຍໄດ້ທຸບຕີພວກເຂົາ" ຫລື "ຂ້ານ້ອຍໄດ້ແຍກພວກເຂົາເປັນຕ່ອນໆ"

ບໍ່​ສາ​ມາດ​ລຸກ​ຂຶ້ນໄດ້

"ບໍ່ສາມາດຢືນຢູ່"

ພວກ​ເຂົາ​ໄດ້​ລົ້ມ​ລົງ​ໃຕ້​ຕີນ​ຂອງ​ຂ້າ​ນ້ອຍ

ສຳນວນນີ້ຫມາຍຄວາມວ່ານັກຂຽນເພງສັນລະເສີນໄດ້ເອົາຊະນະສັດຕູຂອງລາວ. ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ເອົາຊະນະພວກມັນທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຊົງ​ໃຫ້ກຳ​ລັງ​ແກ່​ຂ້າ​ນ້ອຍ​ຄື​ຄາດ​ສາຍ​ແອ​ວ

ຜູ້ຂຽນເພງສັນລະເສີນກ່າວວ່າພຣະຢາເວໄດ້ໃຫ້ກຳລັງແກ່ລາວທີ່ລ້ອມຮອບ ແລະສະຫນັບສະຫນູນລາວຄືກັບເຂັມຂັດ. ເບິ່ງວິທີ ທີ່ທ່ານແປສິ່ງນີ້ໃນ 18:30. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

​ພ​ຣະ​ອົງ​ຊົງ​ໃຫ້ກຳ​ລັງ​ແກ່​ຂ້າ​ນ້ອຍ

ຕໍ່ໄປນີ້ຜູ້ຂຽນເພງສັນລະເສີນກ່າວເຖິງການພ່າຍແພ້ຂອງສັດຕູຂອງລາວຄືກັບວ່າລາວກຳລັງຢືນຢູ່ເທິງພວກເຂົາ. ອາດແປໄດ້ອີກວ່າ: "ພຣະອົງເອົາຊະນະເພື່ອຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

​ບັນ​ດາ​ຄົນ​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ​

ນີ້ຫມາຍເຖິງຜູ້ທີ່ຕໍ່ຕ້ານກັບນັກຂຽນເພງສັນລະເສີນ. ອາດແປໄດ້ອີກວ່າ: "ຜູ້ທີ່ເປັນສັດຕູຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)