lo_tn/psa/018/035.md

2.6 KiB

ໂລ້​ແຫ່ງ​ຄວາມ​ພົ້ນຂອງ​ພ​ຣະ​ອົງ

ນີ້ນັກຂຽນກ່າວເຖິງການປົກປ້ອງຂອງພຣະເຈົ້າຄືກັບວ່າມັນເປັນເຄື່ອງປ້ອງກັນ. ຄຳນາມທີ່ເປັນນາມມະທຳ "ຄວາມລອດ" ສາມາດລະບຸດ້ວຍຄຳວ່າ "ກອບກູ້" ອາດແປໄດ້ອີກວ່າ: "ການປົກປ້ອງຂອງພຣະອົງ ແລະຊ່ວຍຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])

ມື​ຂວາ​ຂອງ​ພ​ຣະ​ອົງ​ ... ຄວາມ​ພໍ​ໃຈ​ຂອງ​ພ​ຣະ​ອົງ

ທັງສອງຄຳສັບເຫລົ່ານີ້ແມ່ນຄຳອຸປະມາທີ່ເປັນຕົວແທນຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊົງ​ວາງ​ຕີນ​ຂອງ​ຂ້າ​ນ້ອຍ​ໄວ້​ເທິງ​ທີ່ກວ້າງ​

ນັກຂຽນເວົ້າກ່ຽວກັບຄວາມປອດໄພທີ່ພຣະເຈົ້າໄດ້ຈັດຫາໃຫ້ຄືກັບວ່າມັນເປັນສະຖານທີ່ກ້ວາງສຳລັບລາວທີ່ຈະຢືນຢູ່. ອາດແປໄດ້ອີກວ່າ: "ບ່ອນປອດໄພສຳລັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-synecdoche]])

​ຕີນ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່ພະລາດ​ລົ້ມ​ຈັກ​ເທື່ອ

ໃນນີ້ "ຕີນຂອງຂ້ານ້ອຍ" ຫມາຍເຖິງຄົນ. ນັກຂຽນກ່າວເຖິງຄວາມປອດໄພຂອງການປົກປ້ອງຂອງພຣະເຈົ້າຄືກັບວ່າລາວກຳລັງຢືນຢູ່ບ່ອນທີ່ລາວຈະບໍ່ພະລາດ ຫລືລົ້ມ. ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ໄດ້ພະລາດລົ້ມລົງ" ຫລື "ຂ້ານ້ອຍກຳລັງຢູ່ດີ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])