lo_tn/psa/018/030.md

3.0 KiB
Raw Permalink Blame History

ພ​ຣະ​ອົງ​ຊົງ​ເປັນ​ໂລ້​ໃຫ້​ແກ່​ທຸກ​ຄົນ​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ

ໂລ້​ປ້ອງກັນທະຫານຄົນຫນຶ່ງ. ດາວິດເວົ້າຄືກັບວ່າພຣະເຈົ້າເປັນໂລ້​ປ້ອງກັນທີ່ປົກປ້ອງລາວ. ເບິ່ງວິທີ ທີ່ທ່ານແປຂໍ້ນີ້ໃນ 3:3. ອາດແປໄດ້ອີກວ່າ: "ພຣະອົງ, ພຣະຢາເວ, ປົກປ້ອງທຸກຄົນ ທີ່ລີ້ໄພໃນພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະ​ໃຜ​ຈະ​ເປັນ​ພ​ຣະ​ເຈົ້າ​ໄດ້​ ນອກ​ຈາກ​ພ​ຣະຢາ​ເວ? ໃຜ​ຈະ​ເປັນ​ພຣະສີລາ ​ໄດ້​ນອກ​ຈາກ​ພ​ຣະ​ເຈົ້າ​ຂອງ​ເຮົາ?

ຄຳຕອບແມ່ນບໍ່ມີໃຜ. ອາດແປໄດ້ອີກວ່າ: "ມີພຽງແຕ່ພຣະຢາເວເປັນພຣະເຈົ້າ! ມີພຽງພຣະເຈົ້າຂອງພວກເຮົາທີ່ເປັນພຣະສີລາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ສີລາ

ດາວິດເວົ້າກ່ຽວກັບພຣະຢາເວຄືກັບວ່າພຣະອົງເປັນຫີນສີລາທີ່ລາວສາມາດປີນຂຶ້ນໄປເພື່ອຫລີກຫນີຈາກສັດຕູຂອງລາວ. ເບິ່ງວິທີ ທີ່ທ່ານແປສິ່ງນີ້ໃນ 18:2. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຊົງ​ຄາດ​ກຳ​ລັງ​ໃຫ້​ແກ່​ຂ້າ​ນ້ອຍເຫມືອນ​ດັ່ງ​ຄາດ​ສາຍ​ແອວ

ພຣະເຈົ້າໃຫ້ກຳລັງແກ່ດາວິດຄືກັບເຄື່ອງນຸ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

​ວາງ​ຄົນ​ບໍ່ມີທີ່​ຕິ​ເທິງ​ເສັ້ນ​ທາງ​ຂອງ​ພ​ຣະ​ອົງ

ຕໍ່ໄປນີ້ ດາວິດເວົ້າເຖິງການດຳລົງຊີວິດທີ່ເຮັດໃຫ້ພຣະເຈົ້າພໍໃຈຄືກັບວ່າລາວກຳລັງຖືກວາງຢູ່ໃນເສັ້ນທາງທີ່ຖືກຕ້ອງ. ອາດແປໄດ້ອີກວ່າ: "ເຮັດໃຫ້ຄົນທີ່ບໍ່ມີທີ່ຕຳນິຕິຕຽນດຳເນີນຊີວິດທີ່ຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)