lo_tn/psa/016/005.md

2.5 KiB

​ສ່ວນ​ທີ່​ແບ່ງ​ໄວ້​ຂອງ​ຂ້າ​ນ້ອຍ

ດາວິດໄດ້ເວົ້າກັບພຣະຢາເວເຫມືອນກັບວ່າເພິ່ນເປັນສ່ວນຫນຶ່ງຂອງດິນແດນທີ່ຖືກມອບໃຫ້ກັບລາວ. (ເບິ່ງເພີ່ມເຕີມ : rc://*/ta/man/translate/figs-metaphor)

ຈອກ​ຂອງ​ຂ້າ​ນ້ອຍ

ດາວິດໄດ້ເວົ້າກັບພຣະຢາເວເຫມືອນກັບວ່າລາວປຽບດັ່ງຈອກທີ່ມີພຣະພອນ. ອາດແປໄດ້ອີກວ່າ " ຜູ້ທີ່ອວຍພອນຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພ​ຣະ​ອົງ​ຊົງ​ຖື​ປາຍ​ທາງ​ຂອງ​ຂ້າ​ນ້ອຍ​ໄວ້

"ພຣະອົງຊົງກຳນົດອະນາຄົດຂອງຂ້ານ້ອຍ"

ເຊືອກວັດ​ໄດ້​ຖືກວາງ​ໄວ້​ແລ້ວ​ໃນ​ດິນ​ແດນ​ທີ່​ຮົ່ມ​ເຢັນ

ພອນຂອງພຣະເຈົ້າສຳລັບດາວິດແມ່ນປຽບດັ່ງສ່ວນຫນຶ່ງຂອງດິນແດນທີ່ໄດ້ຖືກສຳຫລວດໄວ້ໃຫ້ລາວ. "ເຊືອກວັດ" ຫມາຍເຖິງເຊືອກຂອງນັກສຳຫລວດ. ອາດແປໄດ້ອີກວ່າ: "ບ່ອນທີ່ພຣະອົງຊົງໄດ້ຈັດຫາໃຫ້ຂ້ານ້ອຍແມ່ນສິ່ງທີ່ ຫນ້າຍິນດີ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]]) (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ມໍລະ​ດົກ​ທີ່​ຮົ່ມ​ເຢັນ​ນັ້ນ​ເປັນ​ຂອງ​ຂ້າ​ນ້ອຍ

ດາວິດໄດ້ປຽບພອນທີ່ພຣະຢາເວໄດ້ມອບໃຫ້ລາວເຫມືອນດັ່ງມໍລະດົກ. ອາດແປໄດ້ອີກວ່າ: "ຂ້ານ້ອຍຊື່ນຊົມຍິນດີກັບທຸກສິ່ງທີ່ພຣະອົງໄດ້ປະທານໃຫ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)