lo_tn/psa/009/007.md

2.3 KiB

ພ​ຣະ​ຢາ​ເວ​ຊົງ​ດຳ​ລົງ​ຢູ່​ຕະ​ຫລອດໄປ

"ດຳ​ລົງ​" ອາດຈະເປັນຕົວແທນໃຫ້ນັ່ງຢູ່ເທິງບັນລັງເປັນກະສັດ. ອາດແປໄດ້ອີກວ່າ: "ພຣະຢາເວນັ່ງຢູ່ເທິງບັນລັງຂອງພຣະອົງຕະຫລອດໄປ" ຫລື "ພຣະຢາເວຊົງປົກຄອງຕະຫລອດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ບັນ​ລັງ​ຂອງ​ພ​ຣະ​ອົງ​ໄວ້​ເພື່ອ​ຄວາມ​ຍຸດ​ຕິ​ທຳ

ປະໂຫຍກທີ່ວ່າ "ບັນລັງຂອງພຣະອົງ" ສະແດງເຖິງການປົກຄອງຂອງພຣະເຈົ້າ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພຣະອົງປົກຄອງເພື່ອຕັດສິນຄົນ" ຫລື "ພຣະອົງຊົງປົກຄອງຜູ້ຄົນຢ່າງທ່ຽງທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ພ​ຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ໂລກ​ດ້ວຍ​ຄວາມ​ຊອບ​ທຳ ... ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ທ່ຽງ​ທຳ

ສອງຂໍ້ນີ້ສະແດງຄວາມຫມາຍດຽວກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism).

ພ​ຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ໂລກ​ດ້ວຍ​ຄວາມ​ຊອບ​ທຳ

ໃນນີ້ "ໂລກ" ຫມາຍເຖິງປະຊາຊົນທັງຫມົດໃນໂລກ. ອາດແປໄດ້ອີກວ່າ: "ພຣະອົງຈະຕັດສິນຄົນທົ່ວໂລກຢ່າງຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).