lo_tn/psa/008/003.md

2.4 KiB

ຟ້າ​ສະ​ຫວັນ​ຂອງ​ພ​ຣະ​ອົງ​ຊຶ່ງ​ເປັນ​ສີພຣະຫັດຂອງ​ພ​ຣະ​ອົງ

ນິ້ວມືຂອງພຣະເຈົ້າເປັນຕົວແທນຂອງພຣະອົງ. ອາດແປໄດ້ອີກວ່າ: "ສະຫວັນທີ່ພຣະອົງເຈົ້າໄດ້ສ້າງຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche).

ເຊື້ອ​ສາຍ​ຂອງ​ມະ​ນຸດ​ສຳ​ຄັນ​ຫຍັງ​ແດ່​ທີ່​ພ​ຣະ​ອົງ​ຕ້ອງ​ຄິດ​ເຖິງ​ພວກ​ເຂົາ, ຫລືມະນຸດເປັນຜູ້ໃດທີ່ພຣະອົງຊົງຫ່ວງໃຍພວກເຂົາ?

ຂໍ້ສັງເກດເຫລົ່ານີ້ໄດ້ຖືກສະແດງອອກເປັນຮູບແບບຄຳຖາມເພື່ອເພີ່ມຄວາມເອົາໃຈໃສ່ ເຫນັ້ນຫນັກ. ອາດແປໄດ້ອີກວ່າ: "ມັນຫນ້າປະຫລາດໃຈທີ່ທ່ານຄິດກ່ຽວກັບຄົນ ແລະ ມີຄວາມກັງວົນໃຈກັບພວກເຂົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

ເຊື້ອ​ສາຍ​ຂອງ​ມະ​ນຸດ ... ມະນຸດຊາດ

ທັງສອງປະໂຫຍກນີ້ກ່າວເຖິງຄົນທົ່ວໄປ

ໄດ້​ຊົງ​ສວມ​ສະຫງ່າຣາສີ ​ແລະ​ ກຽດ​ຕິ​ຍົດ​

ສະຫງ່າຣາສີ ແລະ ກຽດຕິຍົດໄດ້ຖືກກ່າວເຖິງຄືກັບວ່າພວກເຂົາຖືມົງກຸດ. ຄຳວ່າ "ສະຫງ່າຣາສີ" ແລະ "ກຽດຕິຍົດ" ແມ່ນມີຄວາມ ຫມາຍຄ້າຍຄືກັນ. ອາດແປໄດ້ອີກວ່າ: "ໄດ້ມອບສະຫງ່າລາສີ ແລະ ກຽດຕິຍົດໃຫ້ພວກເຂົາ" ຫລື "ໄດ້ເຮັດໃຫ້ພວກເຂົາເປັນເຫມືອນກະສັດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-doublet]]).