lo_tn/psa/004/001.md

2.3 KiB

ຂໍ້​ມູນ​ທົ່ວ​ໄປ:

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]]).

ສຳ​ລັບ​​ຫົ​ວຫນ້​ານັກ​ດົນ​ຕີ

"ນີ້ແມ່ນເພື່ອໃຫ້ຜູ້ກຳກັບການນຳໃຊ້ດົນຕີໃນການນະມັດສະການ".

ກ່ຽ​ວ​ກັບເຄື່ອງ​ດົນ​ຕີ

"ປະຊາຊົນຄວນຫລິ້ນເຄື່ອງດົນຕີທີ່ມີສາຍດ້ວຍເພງນີ້".

ບົດ​ເພງ​ສັນ​ລະ​ເສີນ​ໂດຍ​ດາ​ວິດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ດາວິດຂຽນບົດ​ເພງ​ສັນ​ລະ​ເສີນ ຫລື 2) ບົດ​ເພງ​ສັນ​ລະ​ເສີນແມ່ນກ່ຽວກັບດາວິດ ຫລື 3) ບົດ​ເພງ​ສັນ​ລະ​ເສີນແມ່ນຢູ່ໃນແບບຂອງບົດ​ເພງ​ສັນ​ລະ​ເສີນຂອງດາວິດ.

​ຕອບ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ຮ້ອງ​ທູນ

"ຕອບຂ້ອຍເມື່ອຂ້ອຍຮ້ອງ​ທູນ" ຫລື "ຊ່ວຍຂ້ອຍເມື່ອຂ້ອຍຮ້ອງ​ທູນ".

ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ຊອບ​ທຳ​ຂອງ​ຂ້າ​ນ້ອຍ

"ພຣະເຈົ້າ, ຜູ້ທີ່ສະແດງໃຫ້ເຫັນວ່າຂ້ອຍເປັນຄົນຊອບທຳ".

ປະ​ທານ​ຊ່ອງ​ທາງ​ເມື່ອ​ຂ້າ​ນ້ອຍ​ຫມົດ​​ຫົນທາງ

ຢູ່ໃນອັນຕະລາຍຖືກກ່າວເຖິງວ່າຢູ່ໃນຊ່ອງແຄບ. ອາດແປໄດ້ອີກວ່າ: "ກູ້ເອົາຂ້ອຍເມື່ອຂ້ອຍຕົກຢູ່ໃນອັນຕະລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).