lo_tn/psa/002/008.md

3.2 KiB

ຂໍ້ຄວາມເຊື່ອມຕໍ່:

ພຣະຢາເວຍັງເວົ້າຕໍ່ກະສັດຄົນໃຫມ່ຂອງອິດສະຣາເອນ.

ບັນ​ດາ​ປະ​ຊາ​ຊົນ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ເຈົ້າ ... ​ດິນ​ແດນ​ທີ່​ໄກ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ເຈົ້າ.

ປະໂຫຍກເຫລົ່ານີ້ສະແດງແນວຄິດທີ່ຄ້າຍຄືກັນຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ດິນ​ແດນ​ທີ່​ໄກ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນ​ດິນ​ໂລກ

"ດິນແດນທີ່ຢູ່ໄກຫລາຍ".

ເຈົ້າ​ຈະ​ຂ້ຽນ​ຕີພວກ​ເຂົາ​ດ້ວຍ​ໄມ້​ແສ້​ເຫລັກ; ຄື​ກັນກັບໄຫ​ຂອງ​ຊ່າງ​ປັ້ນ​, ເຈົ້າ​ຈະ​ຟາດ​ໃຫ້​ແຕກ​ເປັນ​ປ່ຽງໆ

ປະໂຫຍກເຫລົ່ານີ້ສະແດງແນວຄິດທີ່ຄ້າຍຄືກັນຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຈົ້າ​ຈະ​ຂ້ຽນຕີ​ພວກ​ເຂົາ​ດ້ວຍ​ໄມ້​ແສ້​ເຫລັກ

ການເອົາຊະນະຊາດຕ່າງໆເວົ້າເຖິງການທຳລາຍພວກເຂົາ, ແລະ ອຳນາດຂອງລາວຖືກກ່າວເຖິງຄືກັບໃຊ້ເຫລັກ. ອາດແປໄດ້ອີກວ່າ: "ທ່ານຈະເອົາຊະນະພວກມັນໄດ້ໂດຍ ອຳນາດຂອງທ່ານທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ເຈົ້າ​ຈະ​ຟາດ​ໃຫ້​ແຕກ​ເປັນ​ປ່ຽງໆ

ບັນດາປະເທດທີ່ຖືກທຳລາຍຖືກກ່າວເຖິງ ຄືກັບວ່າພວກເຂົາຈະຖືກຕີໃຫ້ແຕກຄືກັບຫມໍ້ດິນເຜົາ. ອາດແປໄດ້ອີກວ່າ: ເຈົ້າຈະທຳລາຍພວກມັນຫມົດຄືກັບຫມ້ໍດິນເຜົາ” (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-simile]]).

ໄຫ​ຂອງ​ຊ່າງ​ປັ້ນ

ຊ່າງປັ້ນແມ່ນບຸກຄົນທີ່ເຮັດຫມ້ໍດິນເຜົາ ແລະ ຫມ້ໍເຫລົ່ານີ້ແມ່ນແຕກ ແລະ ສາມາດແຍກໄດ້ງ່າຍ. ອາດແປໄດ້ອີກວ່າ: "ໄຫດິນເຜົາ" ຫລື "ຫມ້ໍດິນເຜົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown).