lo_tn/psa/002/001.md

3.9 KiB

ຂໍ້​ມູນ​ທົ່ວ​ໄປ:

ການຂະຫນານແມ່ນພົບທົ່ວໄປໃນບົດກະວີເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]]).

ເປັນ​ຫຍັງ​ບັນ​ດາ​ປະ​ຊາ​ຊາດຈຶ່ງ​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ ... ​ເປັນ​ຫຍັງ​ເຫລົ່າ​ປະ​ຊາ​​ຊົນຈຶ່ງ​ຄິດ​ແຜນ​ການ​ວາງ​ອຸ​ບາຍ​ອັນ​ໄຮ້​ປະ​ໂຫຍດ?

ສອງຂໍ້ນີ້ມີຄວາມຫມາຍຄ້າຍຄືກັນ, ແລະ "​ປະ​ຊາ​ຊາດ" ແລະ "ປະ​ຊາ​​ຊົນ" ຫມາຍເຖິງກຸ່ມຄົນດຽວກັນ. ຄຳເວົ້າທີ່ວ່າ "ປະ​ຊາ​ຊາດ" ແລະ "ປະ​ຊາ​​ຊົນ" ອາດຈະເປັນຕົວແທນຂອງພວກເຂົາ. ອາດຈະແປໄດ້ວ່າ: "ເປັນຫຍັງບັນດາຜູ້ນຳຂອງປະເທດຕ່າງໆທີ່ກຳລັງປັ່ນປ່ວນ ແລະ ວາງແຜນທີ່ຈະລົ້ມເຫລວ?" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metonymy]]).

ເປັນ​ຫຍັງ​ບັນ​ດາ​ປະ​ຊາ​ຊາດຈຶ່ງ​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ

ນີ້ອາດຈະຫມາຍຄວາມວ່າປະຊາຊາດໄດ້ສ້າງຄວາມວຸ້ນວາຍ ແລະ ໂກດແຄ້ນ.

​ແຜນ​ການ​ວາງ​ອຸ​ບາຍ​ອັນ​ໄຮ້​ປະ​ໂຫຍດ

ເຫລົ່ານີ້ແມ່ນອາດຈະເປັນແຜນການຕໍ່ຕ້ານພຣະເຈົ້າ ແລະ ປະຊາຊົນຂອງພຣະອົງ.

ບັນ​ດາ​ກະ​ສັດ​ຂອງ​ແຜ່ນ​ດິນ​ໂລກ​ຈຶ່ງ​ລຸກ​ຂຶ້ນຮ່ວມ​ຫົວ​ກັນ ... ບັນ​ດາ​ຜູ້​ປົກ​ຄອງ​ກໍ​ສຸມ​ຫົວ​ກັນ.

ສອງຂໍ້ນີ້ມີຄວາມຫມາຍຄ້າຍຄືກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism).

​ລຸກ​ຂຶ້ນຮ່ວມ​ຫົວ​ກັນ

"ເຕົ້າໂຮມກັນເພື່ອຕໍ່ສູ້" ຫລື "ສາມັກຄີກັນ ແລະກະກຽມເພື່ອກະບົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ຂໍ​ໃຫ້​ພວກ​ເຮົາ​ຢຽບ​ສາຍ​ໂສ້​ທີ່​ພວກ​ເຂົາ​ໃສ່​ພວກ​ເຮົາ ... ປົດ​ໂສ້​ຂອງ​ພວກ​ເຂົາ​ອອກ​ໄປ

ປະຊາຊົນຂອງປະເທດອື່ນໆເວົ້າກ່ຽວກັບການປົກຄອງຂອງພຣະຢາເວ ແລະ ການປົກຄອງຂອງຜູ້ເປັນເມຊີຈະປົກຄອງພວກເຂົາຄືກັບວ່າມັນຖືກມັດ ແລະ ລ່າມໂສ້ ອາດຈະແປໄດ້ວ່າ: "ພວກເຮົາຄວນປ່ອຍຕົວພວກເຂົາໃຫ້ພົ້ນຈາກການຄວບຄຸມຂອງພວກເຂົາ; ພວກເຮົາບໍ່ຄວນປ່ອຍໃຫ້ພວກເຂົາປົກຄອງພວກເຮົາອີກຕໍ່ໄປ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).