lo_tn/psa/001/004.md

2.7 KiB

ຄົນ​ຊົ່ວ​ຊ້າ​ບໍ່ເປັນ​ເຊັ່ນ​ນັ້ນ​ເລີຍ

ວິທີການຂອງເຂົາເຈົ້າບໍ່ເປັນແບບນັ້ນສາມາດເວົ້າໄດ້ຢ່າງຈະແຈ້ງ. "ຄົນຊົ່ວຈະບໍ່ຈະເລີນຮຸ່ງເຮືອງ" ຫລື "ຄົນຊົ່ວກໍບໍ່ຈະເລີນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ແຕ່​ກັບ​ເປັນ​ຄື​​ຂີ້ແກບ​

ວິທີການທີ່ເຂົາເຈົ້າເປັນຄືກັບ​​ຂີ້ແກບສາມາດຖືກກ່າວເຖິງຢ່າງຈະແຈ້ງ. ອາດຈະແປໄດ້ວ່າ: "ແຕ່ອີກຢ່າງຫນຶ່ງ, ພວກມັນມີຄ່າຄືກັບຂີ້ແກບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).

ຈະ​​ຢືນຢູ່​ບໍ່​ໄດ້​ໃນ​ວັນ​​ພິ​ພາກ​ສາ

ການຢູ່ລອດເມື່ອພຣະເຈົ້າພິພາກສາຖືກກ່າວເຖິງວ່າ "ຢືນຢູ່." ອາດແປໄດ້ອີກວ່າ: "ຈະບໍ່ລອດເມື່ອພຣະເຈົ້າຕັດສິນພວກເຂົາ" ຫລື "ຈະຖືກຕັດສິນລົງໂທດເມື່ອພຣະເຈົ້າຕັດສິນພວກເຂົາ" (ເບິ່ງເພີ່ມເຕີ: rc://*/ta/man/translate/figs-metaphor.

ແລະ​ບໍ່​ມີ​ຄົນ​ບາບ​ທັງ​ຫລາຍ​ໃນ​ທີ່​ຊຸມ​ນຸມ​

ຜູ້ແປສາມາດສະຫນອງໃຫ້ຄຳກິລິຍາ "ຢືນ." ອາດແປໄດ້ອີກວ່າ: "ຄົນບາບຈະບໍ່ຢືນຢູ່ໃນບ່ອນຊຸມນຸມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis).

ບໍ່​ມີ​ຄົນ​ບາບ​ທັງ​ຫລາຍ​ໃນ​ທີ່​ຊຸມ​ນຸມ​ຂອງ​ຄົນ​ຊອບ​ທຳ

ການທີ່ພຣະເຈົ້າຍອມຮັບເປັນຄົນຊອບທຳ ຖືກກ່າວເຖິງວ່າຢືນຢູ່ນຳກຸ່ມຄົນຊອບທຳ. ອາດແປໄດ້ອີກວ່າ: "ແລະພຣະເຈົ້າຈະບໍ່ຍອມຮັບຄົນບາບໃນທ່າມກາງຄົນຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).