lo_tn/psa/001/003.md

2.2 KiB

ຂໍ້​ມູນ​ທົ່ວ​ໄປ:

ຂໍ້ພຣະຄຳພີນີ້ແນະນຳຮູບພາບທີ່ລະອຽດເຊິ່ງຄົນຊອບທຳຄິດໃນພາບຂອງຕົ້ນໄມ້ທີ່ຂຽວງາມ.

ເຂົາ​ຈະ​ເປັນ​ຄື​ຕົ້ນ​ໄມ້​… ເກີດຫມາກ​ຕາມ​ລະ​ດູ​ການ​ຂອງ​ມັນ

ໃນພຣະຄຳພີ, ຄົນເຮົາມັກເວົ້າເຖິງຕົ້ນໄມ້. ຄົນທີ່ເພິ່ງພໍໃຈໃນກົດຫມາຍຂອງພຣະຢາເວ ສາມາດເຮັດທຸກສິ່ງທີ່ພຣະເຈົ້າຕ້ອງການໃຫ້ເຂົາເຈົ້າເຮັດຄືກັບຕົ້ນໄມ້ທີ່ປູກດ້ວຍນ້ຳອອກດອກ ແລະ ຫມາກໄມ້ທີ່ດີ. ອາດແປໄດ້ອີກວ່າ: "ລາວຈະໆເລີນຮຸ່ງເຮືອງຄືກັບຕົ້ນໄມ້ ... ທີ່ມີ ຫມາກໄມ້ຕາມລະດູການຂອງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile).

​ປູ​ກ​ໄວ້​ໃກ້​ລຳ​ທານ​ນ້ຳ

ຕົ້ນໄມ້ທີ່ຖືກປູກໄວ້ໃກ້​ລຳ​ທານ​ນ້ຳສາມາດມີນໍ້າທີ່ພຽງພໍເພື່ອໃຫ້ຕົ້ນແຂງແຮງ.

ທີ່​ເກີດ​ຫມາກ​ຕາມ​ລະ​ດູ​ການ​ຂອງ​ມັນ

ຕົ້ນໄມ້ທີ່ແຂງແຮງດີຈະໃຫ້ຫມາກທີ່ດີໃນເວລາທີ່ເຫມາະສົມ.

ໃບ​ກໍ​ບໍ່​ຫ່ຽວ​ແຫ້ງ

ຖ້າຕົ້ນໄມ້ມີນໍ້າພຽງພໍ, ໃບຂອງມັນຈະບໍ່ຫ່ຽວແຫ້ງ ແລະຕາຍ.

​ເຂົາ​ຈະ​ເຮັດ​ຫຍັງ​ກໍ​ຈະ​ໆ​ເລີນ​ຮຸ່ງ​ເຮືອງ

"ລາວຈະປະສົບຜົນສຳເລັດໃນສິ່ງທີ່ລາວເຮັດ".