lo_tn/psa/001/001.md

2.7 KiB

ຂໍ້ມູນທົ່ວໄປ:

ຄວາມເທົ່າທຽມແມ່ນພົບທົ່ວໄປໃນບົດກະວີພາສາເຮັບເຣີ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

​ຄົນ​ທີ່​ບໍ່​ໄດ​້​ຍ່າງ​ຕາມ​ຄຳ​ແນະ​ນຳ​ຂອງ​ຄົນ​ຊົ່ວ

"ຄຳແນະນຳຂອງຄົນຊົ່ວ" ແມ່ນເວົ້າເຖິງວ່າເສັ້ນທາງທີ່ຈະຕິດຕາມ. ອາດແປໄດ້ອີກວ່າ: "ຜູ້ທີ່ບໍ່ປະຕິບັດຕາມຄຳແນະນຳຂອງຄົນຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຢືນ​ໃນ​ທາງ​ຂອງ​ຄົນ​ບາບ​ທັງ​ຫລາຍ

ນີ້ແມ່ນຄຳວ່າ "ເສັ້ນທາງ" ສະແດງເຖິງວິຖີຊີວິດຂອງຄົນເຮົາ. ຄຳວ່າ "ຢືນ" ເທົ່າທຽມກັບຄຳວ່າ "ຍ່າງ". ອາດແປໄດ້ອີກວ່າ: "ຮຽນແບບພຶດຕິກຳຂອງຄົນບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫລື​ ນັ່ງ​ໃນ​ທີ່​ຊຸມ​ນຸມ​ຂອງຄົນທີ່ເຢາະເຢີ້ຍພຣະເຈົ້າ

ນັ່ງກັບຄົນທີ່ເຢາະເຢີ້ຍພຣະເຈົ້າຫມາຍເຖິງການເຂົ້າຮ່ວມກັບຄົນທີ່ເຢາະເຢີ້ຍພຣະເຈົ້າ. ອາດແປໄດ້ອີກວ່າ: "ຫລື ເຂົ້າຮ່ວມກັບຜູ້ທີ່ເຢາະເຢີ້ຍພຣະເຈົ້າ" ຫລື "ຫລື ເຢາະເຢີ້ຍພຣະເຈົ້າກັບຄົນອື່ນທີ່ເຢາະເຢີ້ຍພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄວາມ​ຊົມ​ຊື່ນ​ຍິນ​ດີ​

"ຄວາມພໍໃຈ" ຫລື "ຄວາມຍິນດີ"

ພ​ຣະ​​ຢາ​ເວ

ນີ້ແມ່ນຊື່ຂອງພຣະເຈົ້າທີ່ພຣະອົງໄດ້ເປີດເຜີຍຕໍ່ປະຊາຊົນຂອງພຣະອົງໃນພຣະສັນຍາເດີມ. ເບິ່ງຫນ້າການແປຄຳສັບກ່ຽວກັບພ​ຣະ​​ຢາ​ເວ ໃນວິທີການແປນີ້.