lo_tn/pro/28/27.md

3.0 KiB

ຜູ້ທີ່

"ບຸກ​ຄົນ"

ຄົນຍາກຈົນ

ນີ້ຫມາຍເຖິງຄົນທຸກຍາກໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ຄົນທຸກຍາກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ບໍ່ຂັດສົນ

ຜົນກະທົບທາງລົບຄູ່ນີ້ແມ່ນໃຊ້ສຳລັບການເນັ້ນຫນັກ. ອາດແປໄດ້ອີກວ່າ: "ມີທຸກສິ່ງທີ່ພວກເຂົາຕ້ອງການ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ຜູ້ໃດກໍຕາມທີ່ເພີກເສີຍຈະຖືກແຊ່ງສາບຫລາຍ

ນີ້ສາມາດຖືກລະບຸໃນຮູບແບບທີ່ເປັນການກະທຳ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພວກເຂົາຈະໄດ້ຮັບຄຳສາບແຊ່ງຈາກຄົນຍາກຈົນ. ອາດແປໄດ້ອີກວ່າ: "ຄົນຍາກຈົນຈະໃຫ້ຄຳສາບແຊ່ງຫລາຍຕໍ່ຜູ້ໃດທີ່ປິດຕາພວກເຂົາ" ຫລື 2) ພວກເຂົາຈະໄດ້ຮັບຄຳສາບແຊ່ງຈາກຄົນທົ່ວໄປ. ອາດແປໄດ້ອີກວ່າ: "ຜູ້ຄົນຈະໃຫ້ຄຳສາບແຊ່ງຫລາຍຕໍ່ຜູ້ໃດທີ່ປິດຕາຄົນທຸກຍາກ" ຫລື 3) ພວກເຂົາຈະໄດ້ຮັບຄຳສາບແຊ່ງຈາກພຣະເຈົ້າ. ອາດແປໄດ້ອີກວ່າ: "ພຣະເຈົ້າຈະໃຫ້ຄຳສາບແຊ່ງຫລາຍຕໍ່ຜູ້ໃດທີ່ປິດຕາຄົນທຸກຍາກ" (ເບິ່ງເພີ່່ມເຕີມ: rc://*/ta/man/translate/figs-activepassive)

ຜູ້ໃດ

"ໃຜກໍ່ຕາມ"

ທີ່ເພີກເສີຍ

ການປິດຕາເປັນຕົວແທນບໍ່ຕອບສະຫນອງກັບຄວາມຕ້ອງການຂອງຄົນທຸກຍາກ. ອາດແປໄດ້ອີກວ່າ: "ບໍ່ສົນໃຈ" ຫລື "ເລືອກທີ່ຈະບໍ່ຊ່ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເມື່ອເຂົາທັງຫລາຍພິນາດໄປ

ນີ້ແມ່ນສຳນວນຫມາຍຄວາມວ່າໃນເວລາທີ່ຄົນຊົ່ວຮ້າຍໄດ້ຮັບອໍານາດ ຫລື ເລີ່ມຕົ້ນປົກຄອງ. ອາດແປໄດ້ອີກວ່າ: "ເມື່ອຄົນຊົ່ວຂື້ນເປັນອຳນາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)