lo_tn/pro/28/17.md

3.3 KiB

ໂລຫິດຂອງຄົນອື່ນ

ຄຳວ່າ “ເລືອດ” ສະແດງເຖິງຊີວິດຂອງຄົນເຮົາ. ຄຳວ່າ “ເລືອດ” ຫມາຍເຖິງການຂ້າຄົນ. ອາດແປໄດ້ອີກວ່າ: "ລາວໄດ້ຂ້າຄົນ" ຫລື "ລາວໄດ້ຂ້າຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຫລົບຫນີໄປ

ຄົນທີ່ແລ່ນຫນີເພື່ອຫລີກລ້ຽງການຖືກຈັບ

ຈົນຕາຍ

"ຈົນກວ່າລາວຈະຕາຍ." ນີ້ຫມາຍຄວາມວ່າຕະຫລອດຊີວິດຂອງລາວ. ອາດແປໄດ້ອີກວ່າ: "ຕະຫລອດຊີວິດຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ບຸກຄົນໃດທີ່ດຳເນີນຊີວິດຢ່າງໄຮ້ຕຳນິຈະໄດ້ຮັບການຊ່ວຍກູ້

ສິ່ງນີ້ສາມາດສະແດງອອກໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະເຈົ້າຈະຮັກສາຄວາມປອດໄພທຸກໆຄົນທີ່ເດີນໄປດ້ວຍຄວາມຊື່ສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບຸກຄົນໃດ

"ໃຜກໍ່ຕາມ"

ທີ່ດຳເນີນຊີວິດຢ່າງໄຮ້ຕຳນິ

ນີ້ສະແດງເຖິງບຸກຄົນທີ່ດຳລົງຊີວິດດ້ວຍຄວາມຊື່ສັດ. ຄຳນາມທີ່ເປັນນາມມະທຳ "ຄວາມຊື່ສັດ" ສາມາດສະແດງອອກເປັນຄຳສັບພາສາ. ອາດແປໄດ້ອີກວ່າ: "ຍ່າງດ້ວຍຄວາມຊື່ສັດ" ຫລື "ຊີວິດຢ່າງຊື່ສັດ" (ເບິ່ງເພິ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])

ຄົນຄົດໂກງໃນທາງຂອງເຂົາ

ຄົນທີ່ບໍ່ສັດຊື່ຖືກເວົ້າເຖິງວ່າລາວຍ່າງໄປຕາມທາງຄົດໂຄ້ງ ຫລື ບິດເບືອນ. ອາດແປໄດ້ອີກວ່າ: "ຄົນທີ່ບໍ່ດຳລົງຊີວິດດ້ວຍຄວາມຊື່ສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈະລົ້ມລົງທັນທີ

ສິ່ງທີ່ຈະເກີດຂື້ນກັບຄົນທີ່ບໍ່ສັດຊື່ຖືກກ່າວເຖິງຄືກັບວ່າລາວລົ້ມລົງຢ່າງກະທັນຫັນ. ອາດແປໄດ້ອີກວ່າ: "ຈະທຳລາຍຢ່າງກະທັນຫັນ" ຫລື "ຈະເສີຍຫາຍໄປຢ່າງກະທັນຫັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)