lo_tn/pro/27/01.md

2.4 KiB

ຢ່າເວົ້າອວດເຖິງມື້ອື່ນ

ນີ້ແມ່ນຄຳເຕືອນທີ່ຈະບໍ່ໂອ້ອວດກ່ຽວກັບສິ່ງທີ່ທ່ານຄາດຫວັງວ່າຈະເກີດຂື້ນໃນມື້ອື່ນ. ສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຢ່າເວົ້າຢ່າງພາກພູມໃຈກ່ຽວກັບແຜນການຂອງທ່ານສຳລັບມື້ອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ມື້ຫນຶ່ງໆຈະນຳຫຍັງມາໃຫ້ແນ່

ບາງສິ່ງບາງຢ່າງທີ່ເກີດຂື້ນໃນມື້ທີ່ແນ່ນອນຈະຖືກກ່າວເຖິງວ່າເປັນມື້ທີ່ຈະນຳເຫດການນັ້ນມາ. ອາດແປໄດ້ອີກວ່າ: "ສິ່ງທີ່ຈະເກີດຂື້ນໃນມື້ຫນຶ່ງ" ຫລືຶ "ສິ່ງທີ່ຈະເກີດຂື້ນໃນມື້ອື່ນ" (ເບິ່ງເພີ່ີມເຕີມ: rc://*/ta/man/translate/figs-metaphor)

ປາກຂອງເຈົ້າເອງ...ຮີມຝີປາກຂອງເຈົ້າເອງ

ສອງປະໂຫຍກນີ້ກ່າວເຖິງ "ປາກ" ແລະ "ສົບ" ຄືກັບການເວົ້າເພາະວ່ານັ້ນແມ່ນພາກສ່ວນຂອງຮ່າງກາຍທີ່ໃຊ້ໃນການເວົ້າ. ອາດແປໄດ້ອີກວ່າ: "ຕົວທ່ານເອງ ... ຕົວທ່ານເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ນຕ່າງດ້າວສັນລະເສີນ; ແລະ ບໍ່ແມ່ນຮີມຝີປາກຂອງເຈົ້າເອງ

ຄຳສັບທີ່ຂາດຫາຍໄປສາມາດສະຫນອງຈາກປະໂຫຍກກ່ອນຫນ້ານີ້. ອາດແປໄດ້ອີກວ່າ: "ໃຫ້ຄົນແປກຫນ້າຍ້ອງຍໍເຈົ້າ ແລະ ບໍ່ແມ່ນປາກຂອງເຈົ້າເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)