lo_tn/pro/26/05.md

2.7 KiB

ຈົ່ງຕອບຄົນໂງ່ ແລະ ຮ່ວມໃນຄວາມໂງ່ຂອງເຂົາ

ເຂົ້າຮ່ວມໃນຄວາມໂງ່ຈ້າຂອງຄົນໂງ່ໃນເວລາຕອບລາວສະແດງເຖິງການຕອບລາວໃນທາງທີ່ໂງ່. ອາດແປໄດ້ອີກວ່າ: "ຕອບຄົນໂງ່ໂດຍຄວາມໂງ່ຂອງລາວ "ຫລື "ຕອບຄົນໂງ່"

ເພື່ອເຂົາຈະບໍ່ກາຍເປັນຄົນມີປັນຍາໃນຄວາມຄິດຂອງເຂົາເອງ

ຕາເປັນຕົວແທນໃຫ້ເຫັນ, ແລະການເບິ່ງເຫັນເປັນຕົວແທນຄວາມຄິດຫລືການພິພາກສາ. ອາດແປໄດ້ອີກວ່າ: "ເພື່ອວ່າລາວຈະບໍ່ສະຫລາດຕາມການຕັດສິນຂອງລາວ" ຫລື "ເພື່ອວ່າລາວຈະບໍ່ຖືວ່າຕົວເອງເປັນຄົນສະຫລາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້ໃດກໍຕາມທີ່ສົ່ງຂ່າວໄປດ້ວຍມືຂອງຄົນໂງ່

ນີ້ແມ່ນມືສະແດງເຖິງຄວາມຮັບຜິດຊອບຂອງຄົນໂງ່ໃນການສົ່ງຂ່າວສານ. ອາດແປໄດ້ອີກວ່າ: "ຜູ້ໃດສົ່ງໂງ່ໄປສົ່ງຂ່າວສານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ກໍເຫມືອນຕັດຕີນທັງສອງຂ້າງອອກ ແລະ ດື່ມຄວາມຮຸນແຮງ

ການຕັດຕີນຂອງຕົນເອງ ແລະການໃຊ້ຄວາມຮຸນແຮງໃນການດື່ມຫມາຍເຖິງການທຳຮ້າຍຕົນເອງ. ອາດແປໄດ້ອີກວ່າ: "ທຳຮ້າຍຕົວເອງຄືກັບຄົນທີ່ຕັດຕີນຂອງຕົນເອງ ແລະ ດື່ມຄວາມຮຸນແຮງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-hyperbole]])

ດື່ມຄວາມຮຸນແຮງ

ຄວາມຮຸນແຮງແມ່ນເວົ້າເຖິງວ່າມັນເປັນຂອງແຫລວທີ່ຜູ້ໃດຜູ້ຫນຶ່ງອາດດື່ມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)