lo_tn/pro/21/01.md

2.9 KiB

ໃຈຂອງກະສັດຄືສາຍນ້ຳທີ່ມືຂອງພຣະຢາເວ

ນັກຂຽນເວົ້າເຖິງຫົວໃຈຂອງກະສັດຄືກັບວ່າມັນແມ່ນ ຄອງນ້ຳຊົນລະປະທານໃນບໍລິເວນທີ່ແຫ້ງແລ້ງໂດຍຜ່ານທີ່ປະຊາຊົນນຳເອົານ້ຳໄປປູກຕົ້ນໄມ້ທີ່ຕ້ອງການ. ອາດແປໄດ້ອີກວ່າ: "ພຣະຢາເວ ຄວບຄຸມຫົວໃຈຂອງກະສັດຄືກັບຜູ້ຊາຍຊີ້ນຳນຳ້ເພື່ອການຊົນລະປະທານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃຈຂອງກະສັດ

ຫົວໃຈແມ່ນການປຽບທຽບສຳລັບສິ່ງທີ່ຄົນເຮົາຄິດແລະສິ່ງທີ່ລາວຢາກເຮັດ. ອາດແປໄດ້ອີກວ່າ: "ຄວາມຄິດແລະການກະທຳຂອງກະສັດ" ຫລື "ສິ່ງທີ່ກະສັດຄິດແລະສິ່ງທີ່ລາວຢາກເຮັດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ທາງທຸກສາຍຂອງມະນຸດກໍຖືກຕ້ອງໃນສາຍຕາຂອງເຂົາເອງ

ຄຳວ່າ "ຕາ" ແມ່ນຄຳເວົ້າທີ່ເຮັດໃຫ້ຄົນຄິດກ່ຽວກັບສິ່ງທີ່ຖືກແລະຜິດ. ນັກຂຽນເວົ້າເຖິງສິ່ງທີ່ຄົນເຮັດຄືກັບວ່າຄົນນັ້ນ ກຳລັງຍ່າງຕາມເສັ້ນທາງ. ອາດແປໄດ້ອີກວ່າ: "ທຸກໆຄົນຄິດວ່າສິ່ງທີ່ລາວເຮັດແມ່ນດີ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ຊົງກວາດເບິ່ງຈິດໃຈທັງຫລາຍ

ນັກຂຽນເວົ້າເຖິງພຣະຢາເວຕັດສິນໃຈວ່າຄົນຜູ້ຫນຶ່ງປາຖະຫນາທີ່ຈະເຮັດສິ່ງທີ່ຖືກຕ້ອງຄືກັບວ່າພຣະຢາເວ ກຳລັງເບິ່ງວັດຖຸທາງຮ່າງກາຍແລະຕັດສິນໃຈວ່າມັນມີຄຸນນະພາບດີຫລືບໍ່. ອາດແປໄດ້ອີກວ່າ: "ຜູ້ທີ່ຈະຕັດສິນສິ່ງລະດົມໃຈ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])