lo_tn/pro/19/19.md

3.3 KiB

ບຸກຄົນທີ່ໃຈຮ້າຍ

ຄົນໃຈເຢັນ - ສຳນວນນີ້ຫມາຍເຖິງຄົນທີ່ໃຈຮ້າຍງ່າຍ. ອາດແປໄດ້ອີກວ່າ: "ຄົນທີ່ບໍ່ຄວບຄຸມອາລົມຂອງລາວ" ຫລື "ຄົນທີ່ໃຈຮ້າຍໄວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຈະຕ້ອງໄດ້ຮັບການລົງໂທດ

ນີ້ຫມາຍເຖິງຜູ້ທີ່ມີຜົນສະທ້ອນຕໍ່ສິ່ງທີ່ເກີດຂຶ້ນເມື່ອລາວໃຈຮ້າຍ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ຕ້ອງຮັບຜິດຊອບຕໍ່ຜົນຮ້າຍຂອງຄວາມໂກດແຄ້ນຂອງລາວ" ຫລື "ຕ້ອງຮັບຜິດຊອບຕໍ່ຜົນທີ່ລາວເຮັດໃນຄວາມໂກດແຄ້ນຂອງລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-explicit]]).

ເພາະຖ້າເຈົ້າຊ່ວຍເຂົາເເລ້ວ

"ຖ້າເຈົ້າຊ່ວຍລາວ." ນີ້ຫມາຍເຖິງການຊ່ວຍລາວໃນເວລາທີ່ລາວໄດ້ກະທຳອອກຈາກຄວາມໂກດແຄ້ນຂອງລາວ. ຄວາມຫມາຍ ຂອງສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຖ້າທ່ານຊ່ວຍກູ້ລາວຫລັງຈາກລາວໄດ້ຮັບຄວາມເດືອດຮ້ອນ"(ເບິ່ງເພີີ່ມເຕີມ: rc://*/ta/man/translate/figs-explicit).

ຄັ້ງທີສອງ

"ຄັ້ງທີ 2" ຫລື "ອີກເທື່ອຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-ordinal)

ຈົ່ງຟັງຄຳເເນະນຳ ເເລະຮັບການສັ່ງສອນ

ປະໂຫຍກສອງຢ່າງນີ້ມີຄວາມຫມາຍຄືກັນໂດຍພື້ນຖານ ແລະ ຖືກເວົ້າຊ້ຳອີກເພື່ອເນັ້ນຫນັກວ່າມັນສຳຄັນພຽງໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism).

ຈົ່ງຟັງຄຳເເນະນຳ

ນີ້ແມ່ນສຳນວນ. ທີ່ນີ້ "ການຟັງ" ບໍ່ໄດ້ຫມາຍ ຄວາມວ່າພຽງແຕ່ຟັງເທົ່ານັ້ນ, ແຕ່ໃຫ້ຮຽນຮູ້ຈາກຄຳແນະນຳທີ່ທ່ານໄດ້ຮັບ ແລະ ໃຫ້ເຮັດຕາມມັນ. ອາດແປໄດ້ອີກວ່າ: "ເອົາໃຈໃສ່ຕໍ່ຄຳແນະນຳ" ຫລື "ປະຕິບັດຕາມຄຳແນະນຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)