lo_tn/pro/19/17.md

3.1 KiB

ບຸກຄົນໃດກໍຕາມທີ່ເມດຕາຄົນຍາກຈົນກໍໃຫ້ພຣະຢາເວຊົງຢືມ

ພຣະຢາເວ ພິຈາລະນາຄວາມເມດຕາທີ່ສະແດງໃຫ້ຜູ້ທຸກຍາກເປັນຄວາມເມດຕາທີ່ສະແດງຕໍ່ລາວ. ຫນຶ່ງໃນວິທີທີ່ຄົນເຮົາມີຄວາມເມດຕາຕໍ່ຄົນຍາກຈົນແມ່ນການໃຫ້. ອາດແປໄດ້ອີກວ່າ: "ຜູ້ທີ່ມອບໃຫ້ຄົນທຸກຍາກແມ່ນໃຫ້ແກ່ ພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນຍາກຈົນ

ນີ້ຫມາຍເຖິງຄົນທຸກຍາກ. ອາດແປໄດ້ອີກວ່າ: "ຜູ້ທີ່ທຸກຍາກ" ຫລື "ຄົນທີ່ທຸກຍາກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ຍັງມີຄວາມຫວັງ

ສິ່ງນີ້ຫມາຍເຖິງໃນຂະນະທີ່ເດັກຍັງຫນຸ່ມ ແລະ ຍັງຈະຍອມຮັບເອົາວິໄນ ແລະ ຄຳແນະນຳ. ຄວາມຫມາຍເຕັມຂອງສິ່ງນີ້ ສາມາດເຮັດໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ໃນຂະນະທີ່ລາວຍັງຫນຸ່ມ" ຫລື "ໃນຂະນະທີ່ລາວຍັງສາມາດສອນຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ເເລະຢ່າຈົງໃຈເຮັດໃຫ້ເຂົາພິນາດໄປ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ປະໂຫຍກນີ້ອະທິບາຍການລົງໂທດລູກຂອງທ່ານ. ອາດແປໄດ້ອີກວ່າ: "ແຕ່ຢ່າລົງໂທດລາວຢ່າງຮຸນແຮງຈົນວ່າລາວອາດຈະຕາຍ" ຫລື 2) ປະໂຫຍກນີ້ອະທິບາຍວ່າມັນຈະເປັນແນວໃດຖ້າທ່ານບໍ່ລົງໂທດລູກຂອງທ່ານ. ອາດແປໄດ້ອີກວ່າ: "ຖ້າທ່ານບໍ່ລົງໂທດລາວທ່ານກຳລັງຊ່ວຍລາວທຳລາຍຕົວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ຈົງໃຈເຮັດໃຫ້ເຂົາ

ສຳນວນນີ້ຫມາຍຄວາມວ່າຈະມີຄວາມຕັ້ງໃຈທີ່ຈະເຮັດໃຫ້ບາງສິ່ງບາງຢ່າງເກີດຂຶ້ນ. ອາດແປໄດ້ອີກວ່າ: "ຕັ້ງໃຈທີ່ຈະເອົາລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)