lo_tn/pro/15/09.md

2.1 KiB

ພຣະຢາເວກຽດຊັງທາງຂອງຄົນອະທຳ

ວິຖີຊີວິດຂອງຄົນຊົ່ວແມ່ນເວົ້າເຖິງວ່າມັນເປັນເສັ້ນທາງທີ່ຄົນເຫລົ່ານັ້ນເດີນໄປ. ອາດແປໄດ້ອີກວ່າ: "ພຣະຢາເວກຽດຊັງທາງທີ່ຄົນຊົ່ວດຳລົງຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້ຕິດຕາມຄົນຊອບທຳ

ການມີຄວາມດຸຫມັ່ນໃນການດຳລົງຊີວິດທີ່ຖືກຕ້ອງຖືກເວົ້າເຖິງວ່າມັນກຳລັງໄລ່ຕາມສິ່ງທີ່ຖືກຕ້ອງ. ອາດແປໄດ້ອີກວ່າ: "ຜູ້ທີ່ພະຍາຍາມດຳລົງຊີວິດຢ່າງຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້ໃດກໍຕາມທີ່ຖິ້ມທາງດີ

ນີ້ “ທາງ” ຫມາຍເຖິງເສັ້ນທາງແຫ່ງຄວາມຊອບທຳ. ຄົນທີ່ເຊົາເຮັດສິ່ງທີ່ຖືກຕ້ອງຖືກກ່າວເຖິງຄືກັບວ່າລາວໄດ້ຢຸດຍ່າງໄປໃນທາງທີ່ຖືກຕ້ອງ. ອາດແປໄດ້ອີກວ່າ: "ທຸກໆຄົນທີ່ຢຸດເຊົາດຳລົງຊີວິດຢ່າງຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນທີ່ກຽດຄຳຕັກເຕືອນ

ຄຳວ່າ "ແກ້" ສາມາດແປເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ຄົນທີ່ກຽດຊັງມັນເມື່ອຄົນອື່ນແກ້ໄຂລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)