lo_tn/pro/09/10.md

3.6 KiB

ຂໍ້​ມູນ​ທົ່ວ​ໄປ:

ຂໍ້ພຣະຄຳພີເຫລົ່ານີ້ຈົບຂໍ້ຄວາມຂອງປັນຍາ.

ຄວາມຢຳເກງພຣະຢາເວ

ແປປະໂຫຍກນີ້ໃນ 1: 7.

ໂດຍເຮົາວັນທັງຫລາຍຂອງເຈົ້າຈະທະວີຂຶ້ນ

ສິ່ງນີ້ອາດຈະຖືກນຳໃຊ້ເຂົ້າໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຂ້ອຍຈະຄູນວັນເວລາຂອງເຈົ້າ" ຫລື "ຂ້ອຍຈະເຮັດໃຫ້ເຈົ້າມີຊີວິດຢູ່ອີກຫຼາຍໆວັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໂດຍເຮົາ

ປັນຍາ, ບຸກຄົນທີ່ເປັນແມ່ຍິງ, ສືບຕໍ່ເວົ້າຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ວັນທັງຫລາຍຂອງເຈົ້າຈະທະວີຂຶ້ນ, ແລະປີທັງຫລາຍແຫ່ງຊີວິດຂອງເຈົ້າຈະເພີ່ມພູນ

ສອງປະໂຫຍກນີ້ໂດຍພື້ນຖານແລ້ວຫມາຍ ເຖິງສິ່ງດຽວກັນ ແລະ ຖືກນຳໃຊ້ເພື່ອເນັ້ນຫນັກເຖິງປັນຍາທີ່ມີປະໂຫຍດອັນຍິ່ງໃຫຍ່. (ເບິ່ງເພີ່ີມເຕີມ: rc://*/ta/man/translate/figs-parallelism)

ປີຂອງຊີວິດຈະຖືກເພີ່ມເຂົ້າໃນທ່ານ

ປັນຍາເວົ້າເຖິງປີຂອງຊີວິດຄືກັບວ່າພວກເຂົາເປັນວັດຖຸທີ່ມີຕົວຕົນ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຂ້ອຍຈະເພີ່ມປີຂອງຊີວິດໃຫ້ເຈົ້າ" ຫລື "ຂ້ອຍຈະເພີ່ມປີໃຫ້ຊີວິດເຈົ້າ" ຫລື "ຂ້ອຍຈະຊ່ວຍເຈົ້າໃຫ້ມີຊີວິດຍືນຍາວກວ່າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຖ້າເຈົ້າມີປັນຍາ...ແລະຖ້າເຈົ້າເຢາະເຢີ້ຍ

ຄຳເວົ້າສອງຢ່າງນີ້ເບິ່ງຄືວ່າມັນຫມາຍຄວາມວ່າຄົນສະຫລາດໄດ້ຮັບປະໂຫຍດ ສຳລັບຕົນເອງຍ້ອນປັນຍາຂອງພວກເຂົາ, ແລະ ຜູ້ທີ່ເຢາະເຢີ້ຍໄດ້ຮັບຄວາມເດືອດຮ້ອນຍ້ອນພຶດຕິກຳຂອງພວກເຂົາ.

ເຈົ້າເອງນັ້ນແຫລະກໍຈະຕ້ອງແບກຮັບ

ນີ້ເວົ້າເຖິງຜົນສະທ້ອນຂອງພຶດຕິກຳທີ່ບໍ່ດີຂອງຄົນເຮົາຄືກັບວ່າມັນເປັນພາລະຫນັກທີ່ຄົນຫນຶ່ງ ຕ້ອງແບກຫາບຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)