lo_tn/pro/07/22.md

2.5 KiB

ເຂົາກໍໄດ້ຕິດຕາມນາງໄປທັນທີ

ສິ່ງນີ້ເບິ່ງຄືວ່າຫມາຍຄວາມວ່າຊາຍຫນຸ່ມ ຄົນນີ້ໃຊ້ເວລາຫນ້ອຍ ທີ່ຈະຄິດກ່ຽວກັບສິ່ງທີ່ລາວຄວນເຮັດ. ອາດແປໄດ້ອີກວ່າ: "ລາວໄດ້ຕັດສິນໃຈໄປຫານາງຢ່າງໄວວາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຄືກັບງົວທີ່ກຳລັງຈະ…ຕົກເປັນເຫຍື່ອ

ວິທີທີ່ໂງ່ ແລະ ບໍ່ຄາດຄິດຊາຍຫນຸ່ມຕິດຕາມການຫລິ້ນຊູ້ໄດ້ຖືກປຽບທຽບກັບວິທີການທີ່ສັດ 3 ໂຕ ບໍ່ຮູ້ເຖິງອັນຕະລາຍທີ່ພວກເຂົາມີຢູ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ການຂ້າສັດ

ນີ້ຫມາຍເຖິງການຂ້າສັດເພື່ອຈະກິນຊີ້ນຂອງມັນ.

ກວາງ

ແປສັດນີ້ຄືກັບໃນ 5:18.

ຈົນລູກທະນູປັກລົງເລິກຮອດຕັບຂອງມັນ

ຂໍ້ຄວາມນີ້ສະແດງໃຫ້ເຫັນວ່າຜູ້ລ່າໄດ້ດັກກວາງເພື່ອຈະຍິງມັນດ້ວຍລູກສອນ. ອາດແປໄດ້ອີກວ່າ: "ຈົນກ່ວາຜູ້ລ່າຈະຍິງມັນຢູ່ໃນສ່ວນທີ່ສຳຄັນທີ່ສຸດຂອງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຕັບ

ຢູ່ທີ່ນີ້ອະໄວຍະວະນີ້ເປັນຕົວແທນໃຫ້ແກ່ພາກສ່ວນທີ່ ສຳຄັນທີ່ສຸດຂອງຮ່າງກາຍຂອງກວາງ.

ມີລາຄາຮອດຊີວິດຂອງເຂົາ

ນີ້ແມ່ນວິທີການເວົ້າວ່າຄົນນີ້ຈະຕາຍຍ້ອນຜົນ. ອາດແປໄດ້ອີກວ່າ: "ມັນຈະຂ້າລາວ" ຫລື "ລາວຈະຕາຍໃນໄວໆນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)