lo_tn/pro/05/11.md

2.7 KiB

ເນື້ອຫນັງ ແລະ ຮ່າງກາຍຂອງເຈົ້າເສື່ອມຫມົດສະພາບໄປ

ຄຳວ່າ “ເນື້ອຫນັງ” ແລະ “ຮ່າງກາຍ” ຫມາຍເຖິງພື້ນຖານສິ່ງດຽວກັນ ແລະ ເປັນຕົວແທນຂອງຄົນທັງຫມົດ. ອາດແປໄດ້ອີກວ່າ: "ຮ່າງກາຍຂອງເຈົ້າເສຍໄປ" ຫລື "ເຈົ້າເສຍໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເສື່ອມຫມົດສະພາບໄປ

ອ່ອນເພຍທາງຮ່າງກາຍ" ຫລື " ອ່ອນເພຍ ແລະ ບໍ່ມີສຸຂະພາບດີ"

ຂ້ອຍກຽດຊັງຄຳແນະນຳ … ຫົວໃຈຂອງຂ້ອຍດູຫມິ່ນການແກ້ໄຂ

ປະໂຫຍກສອງຢ່າງນີ້ສະແດງແນວຄິດດຽວກັນ ແລະ ເນັ້ນຫນັກວ່າຄົນນີ້ບໍ່ມັກສິ່ງທີ່ຄູໄດ້ເວົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂ້ອຍຊັງການສັ່ງສອນ

ຄຳວ່າ "ເຮັດແນວໃດ" ແມ່ນຄຳເວົ້າທີ່ເນັ້ນຫນັກ ເຖິງຄວາມເຂັ້ມແຂງຂອງຄວາມກຽດຊັງຂອງລາວ. ຄຳວ່າ "ຄຳແນະນຳ" ສາມາດແປກັບຄຳສັບທີ່ເປັນ ຄຳເວົ້າ. ອາດແປໄດ້ອີກວ່າ: "ຂ້ອຍກຽດຊັງມັນຫລາຍເມື່ອມີຄົນແນະນຳຂ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-exclamations]] ແລະ [[rc:///ta/man/translate/figs-abstractnouns]])

ຈິດໃຈຂອງຂ້ອຍໄດ້ດູຫມິ່ນການຕັກເຕືອນ

ໃນນີ້ຄຳວ່າ "ຫົວໃຈ" ແມ່ນຕົວແທນຂອງບຸກຄົນ ແລະ ຄວາມຮູ້ສຶກຂອງລາວ. ຄຳວ່າ "ການແກ້ໄຂ" ສາມາດແປໄດ້ດ້ວຍຄຳເວົ້າທີ່ເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ຂ້ອຍດູຫມິ່ນປະຊາຊົນເມື່ອເຂົາເຈົ້າແກ້ໄຂຂ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-abstractnouns]])