lo_tn/pro/05/05.md

2.6 KiB

ຕີນທັງສອງຂອງນາງກ້າວໄປສູ່ຄວາມຕາຍ

ນີ້ “ຕີນຂອງນາງ” ເປັນຕົວແທນຂອງຜູ້ຫລິ້ນຊູ້ໃນຂະນະທີ່ນາງຍ່າງໄປ. ນັກຂຽນເວົ້າເຖິງການປະພຶດຂອງນາງຄືກັບວ່ານາງກຳລັງເດີນຕາມເສັ້ນທາງ. ອາດແປໄດ້ອີກວ່າ: "ນາງກຳລັງເດີນໄປໃນເສັ້ນທາງທີ່ນຳໄປສູ່ຄວາມຕາຍ" ຫລື "ວິຖີຊີວິດຂອງນາງນຳໄປສູ່ຄວາມຕາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ທຸກບາດຕີນຂອງນາງຍ່າງຊື່ໄປຍັງແດນມໍລະນາ

ນັກຂຽນເວົ້າເຖິງການປະພຶດຂອງນາງຄືກັບວ່ານາງ ກຳລັງເດີນຕາມເສັ້ນທາງ. ອາດແປໄດ້ອີກວ່າ: "ນາງຍ່າງທຸກທາງໄປສູ່ຊີໂອນ" ຫລື "ການປະພຶດຂອງນາງພານາງໄປຫາຊີໂອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນາງບໍ່ໄດ້ໃຫ້ຄວາມຄິດກ່ຽວກັບວິຖີແຫ່ງຊີວິດ

ນັກຂຽນເວົ້າເຖິງພຶດຕິກຳທີ່ເຮັດໃຫ້ຊີວິດຄົນຍາວນານຄືກັບວ່າມັນເປັນເສັ້ນທາງທີ່ນຳໄປສູ່ຊີວິດ. ອາດແປໄດ້ອີກວ່າ: "ນາງບໍ່ໄດ້ຄິດກ່ຽວກັບການຍ່າງໄປຕາມເສັ້ນທາງທີ່ນຳໄປສູ່ຊີວິດ" ຫລື "ນາງບໍ່ສົນໃຈກັບການປະພຶດທີ່ນຳໄປສູ່ຊີວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ບາດຕີນຂອງນາງກໍເລ້ລ້ອນໄປ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ນາງຫລົງທາງໄປຄືກັບວ່ານາງໄດ້ສູນເສຍໄປ" ຫລື 2) "ນາງຍ່າງຕາມທາງທີ່ບໍ່ຖືກຕ້ອງ."