lo_tn/pro/03/07.md

1.9 KiB

ຢ່າເປັນຄົນສະຫລາດໃນສາຍຕາຂອງເຈົ້າເອງ

ນັກຂຽນເວົ້າເຖິງຄວາມຄິດເຫັນຂອງຄົນຜູ້ຫນຶ່ງ ຄືກັບວ່າຄົນນັ້ນໄດ້ເຫັນບາງສິ່ງບາງຢ່າງດ້ວຍຕາຂອງລາວ. ອາດແປໄດ້ອີກວ່າ: "ຢ່າສະຫລາດໃນຄວາມຄິດຂອງຕົວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງຫັນຈາກຄວາມຊົ່ວຮ້າຍ

ນັກຂຽນເວົ້າເຖິງການບໍ່ປະພຶດຕົວຊົ່ວ ຄືກັບວ່າມັນຫັນໄປຈາກຄວາມຊົ່ວ. ອາດແປໄດ້ອີກວ່າ: "ຢ່າກະທຳຄວາມຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນີ້ຈະເປັນການຢຽວຢາໃຫ້ແກ່ເຫນື້ອຫນັງຂອງເຈົ້າ

ຄຳວ່າ "ມັນ" ຫມາຍເຖິງຄຳແນະນຳ ທີ່ນັກຂຽນໃຫ້ໃນຂໍ້ທີ່ຜ່ານມາ. ຄວາມຫມາຍເຕັມຂອງປະໂຫຍກນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ຄຳວ່າ “ເນື້ອຫນັງ” ເປັນຕົວແທນຂອງຮ່າງກາຍທັງຫມົດ. ອາດແປໄດ້ອີກວ່າ: "ຖ້າທ່ານເຮັດສິ່ງນີ້, ມັນຈະຮັກສາຮ່າງກາຍຂອງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-metonymy]])