lo_tn/php/04/10.md

2.2 KiB

ຄຳເຊື່ອມຕໍ່:

ໂປໂລເວົ້າເຖິງຜູ້ເຊື່ອໃນເມືອງຟີລິບປອຍໄດ້ຊ່ວຍສະຫນັບສະຫນູນດ້ານການເງິນແກ່ທ່ານແລະຈົບລົງດ້ວຍຄຳທັກທາຍແລະຄຳຂອບໃຈ.

ໄດ້ຮັບຄວາມພໍໃຈ

''ມີຄວາມພໍໃຈ'' ຫລື ''ມີຄວາມສຸກ''

ໃນທຸກສະຖານະການ

''ບໍໍ່ວ່າສະຖານະການຂອງຂ້າພະເຈົ້າຈະເປັນຢ່າງໃດ''

ຂ້າພະເຈົ້າຮຽນຮູ້ທີ່ຈະຢູ່ຢ່າງຂັດສົນ... ຢ່າງອຸດົມສົມບູນ

ໂປໂລຮູ້ວ່າຈະມີຊີວິດທີ່ມີຄວາມສຸກໄດ້ຢ່າງໃດທັງເວລາທີ່ບໍ່ມີອັນໃດເລີຍ ຫລື ເວລາທີ່ມີຢ່າງລົ້ນເຫລືອ. (ເບິ່ງ: rc://*/ta/man/translate/figs-explicit)

ເມື່ອຍາມອີ່ມທ້ອງແລະເມື່ອຍາມອຶດຢາກ, ທັງຄວາມສົມບູນພູນສຸກແລະເມື່ອຂັດສົນ

ມີອາຫານ ຫລື ບໍ່ມີອາຫານ, ແລະມີຢ່າງລົ້ນເຫລືອ ຫລື ຕ້ອງການ - ທັງສອງວະລີນີ້ມີຄວາມຫມາຍຢ່າງດຽວ ໂປໂລໃຊ້ທັງສອງວະລີນີ້ເພື່ອຢໍ້າວ່າທ່ານໄດ້ຮຽນຮູ້ວ່າຈະພໍໃຈຢ່າງໃດໃນແຕ່ລະສະຖານະການ. (ເບິ່ງ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-merism]])

ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງເສີມກຳລັງເຮົາ

''ຂ້າພະເຈົ້າເຮັດທຸກສິ່ງໄດ້ເພາະວ່າພຣະເຢຊູໄດ້ປຣະທານກຳລັງແກ່ເຮົາ''