lo_tn/php/03/17.md

6.1 KiB

ຈົ່ງປະຕິບັດຕາມແບບຢ່າງຂອງຂ້າພຣະເຈົ້າ

''ຈົ່ງເຮັດຢ່າງທີ່ເຮົາເຮັດ'' ຫລື ''ດຳເນີນຊີວິດຢ່າງທີ່ເຮົາປະຕິບັດຢູ່''

ພີ່ນ້ອງທັງຫລາຍ

ໃຫ້ແປຂໍ້ນີ້ຢ່າງທີແປໃນ 1:12.

ຄົນທັງຫລາຍເຫລົ່ານັ້ນທີ່ດຳເນີນຕາມແບບຢ່າງທີ່ເຫັນໃນພວກເຮົາ

''ຄົນເຫລົ່ານັ້ນຜູ້ຊຶ່ງທີ່ມີຊີວິດຢ່າງທີ່ຂ້າພະເຈົ້າໄດ້ດຳເນີນຊີວິດແລັວ'' ຫລື ''ຄົນເຫລົ່ານັ້ນຜູ້ຊຶ່ງໄດ້ເຮັດຢ່າງຂ້າພະເຈົ້າໄດ້ເຮັດແລັວ''

ມີຫລາຍຄົນທີ່ດຳເນີນຊີວິດ...ເປັນສັດຕຣູຕໍ່ໄມ້ກາງແຂນຂອງພຣະຄຣິດ

ຄຳເຫລົ່ານີ້ເປັນຄວາມຄິດຫລັກຂອງໂປໂລໃນຂໍ້ນີ້.

ມີຫລາຍຄົນກຳລັງດຳເນີນ

''ມີຫລາຍຄົນກຳລັງດຳເນີນຊີວິດ'' ຫລື ''ມີຫລາຍຄົນໄດ້ດຳເນີນຊີວິດຂອງພວກເຂົາ" (ເບິ່ງ: rc://*/ta/man/translate/figs-metaphor)

ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າຫລາຍເທື່ອແລັວ ແລະ ດຽວນີ້ ເຮົາກໍ່ຂໍໍບອກຊໍ້າອີກດ້ວຍນໍ້າຕາໄຫລ

ໂປໂລໄດ້ຂັດຈັງຫວະຄວາມຄິດຫລັກທ່ານດ້ວຍຄຳເຫລົ່ານີ້ທີ່ອະທິບາຍເຖິງຄຳວ່າ ''ຫລາຍ.'' ທ່ານສາມາດຍ້າຍພວກນີ້ໄປທີ່ຕອນເລີ່ມຕົ້ນ ຫລື ຕອນຈົບຂອງຂໍ້ຖ້າທ່ານຕ້ອງການຕ້ອງເຮັດ.

ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າຫລາຍເທື່ອແລັວ

''ຂ້າພະເຈົ້າໄດ້ບອກພວກເຈົ້າຫລາຍເທື່ອແລັວ''

ແລະດຽວນີ້ເຮົາກໍ່ຂໍບອກທ່ານຊໍ້າອີກດ້ວຍນໍ້າຕາໄຫລ

''ແລະບອກທ່ານດຽວນີ້ດ້ວຍຄວາມໂສກເສົ້າຢ່າງຍິ່ງ''

ມີຫລາຍຄົນທີ່ດຳເນີນຊີວິດເປັນສັດຕຣູຕໍ່ໄມ້ກາງແຂນຂອງພຣະຄຣິດ

ໃນທີ່ນີ້ຄຳວ່າ ''ກາງແຂນຂອງພຣະຄຣິດ'' ອ້າງເຖິງການທົນທຸກຂອງພຣະຄຣິດແລະຄວາມຕາຍ. ສັດຕຣູຄືຄົນເຫລົ່ານັ້ນຜູ້ທີ່ກ່າວວ່າພວກເຂົາເຊື່ອໃນພຣະເຢຊູແຕ່ບໍ່ໄດ້ຍິນດີທີ່ຈະທົນທຸກ ຫລື ຕາຍເຫມືອນທີ່ພຣະເຢຊູຄຣິດໄດ້ຊົງກະທຳ. ແປອີກຢ່າງວ່າ: ''ມີປະຊາຊົນຫລາຍຄົນໄດ້ກ່າວວ່າພວກເຂົາເຊື່ອໃນພຣະເຢຊູ ແຕ່ວິທີທີ່ເຂົາສະແດງອອກນັ້ນສະແດງວ່າພວກເຂົາຕໍ່ຕ້ານພຣະເຢຊູຜູ້ຊຶ່ງຍິນດີທີ່ຈະທົນທຸກແລະຊົງສິ້ນພຣະຊົນເທິງກາງແຂນ" (ເບິ່ງ: rc://*/ta/man/translate/figs-metonymy)

ປາຍທາງຂອງຄົນເຫລົ່ານັ້ນຄືຄວາມຈິບຫາຍ

''ມື້ຫນຶ່ງພຣະເຈົ້າຈະຊົງທຳລາຍພວກເຂົາ''

ພຣະເຈົ້າຂອງເຂົາຄືທ້ອງຂອງພວກເຂົາ

ໃນທີ່ນີ້ ''ທ້ອງ'' ອ້າງເຖິງຄວາມປາຖະຫນາຂອງບຸກຄົນໃນເລື່ອງຄວາມສຸກທາງຮ່າງກາຍ. ແປອີກຢ່າງວ່າ: ''ພວກເຂົາປາຖະຫນາອາຫານແລະຄວາມເພິດເພີນດ້ານຮ່າງກາຍຫລາຍກວ່າທີ່ພວກເຂົາປາຖະຫນາທີ່ຈະເຊື່ອຟັງພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-metaphor)

ພວກເຂົາອວດອ້າງໃນສິ່ງທີ່ຫນ້າອັບອາຍ

ໃນທີ່ນີ້ຄຳວ່າ ''ອັບອາຍ'' ຄືການກະທຳຂອງປະຊາຊົນທີ່ຄວນຫນ້າອັບອາຍແຕ່ພວກເຂົາກັບບໍ່ອັບອາຍ. ແປອີກຢ່າງວ່າ : ''ພວກເຂົາພູມໃຈໃນສິ່ງທີ່ເຮັດໃຫ້ພວກເຂົາອັບອາຍ" (ເບິ່ງ: rc://*/ta/man/translate/figs-metonymy)

ພວກເຂົາສົນໃຈນຳແຕ່ຂອງຝ່າຍໂລກນີ້

ໃນທີ່ນີ້ຄຳວ່າ ''ທາງໂລກ'' ອ້າງເຖິງທຸກສິ່ງທີ່ໃຫ້ຄວາມສຸກທາງດ້ານຮ່າງກາຍແລະບໍ່ໄດ້ຖວາຍກຽຕແດ່ພຣະເຈົ້າ. ແປອີກຢ່າງວ່າ: ''ພວກເຂົາທັງຫມົດຄິດເຖິງແຕ່ສິ່ງທີ່ຈະເຮັດໃຫ້ພວກເຂົາມີຄວາມຍິນດີຫລາຍກວ່າທີຈະເປັນທີ່ພໍພຣະທັຍພຣະເຈົ້າ'' (ເບິ່ງ: rc://*/ta/man/translate/figs-metonymy)