lo_tn/num/32/06.md

2.5 KiB

ຄວນໃຫ້ພີ່­ນ້ອງຂອງເຈົ້າໄປເຮັດສົງ­ຄາມ, ແຕ່ຝ່າຍພວກເຈົ້າຈະຄອຍຢູ່ບ່ອນນີ້ແບບນັ້ນບໍ?

ໂມເຊຖາມຄຳຖາມນີ້ເພື່ອສັ່ງຫ້າມປະຊາຊົນຈາກເຜົ່າກາດ ແລະຣູເບັນ. ອາດຈະແປໄດ້ອີກວ່າ: "ມັນບໍ່ຖືກຕ້ອງ ທີ່ທ່ານຈະຕັ້ງຖິ່ນຖານຢູ່ໃນດິນແດນນີ້ໃນຂະນະທີ່ພີ່ນ້ອງຂອງທ່ານໄປເຮັດສົງຄາມ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນຫຍັງເຈົ້າທັງ­ຫລາຍເຮັດໃຫ້ຈິດ­ໃຈຂອງຄົນອິ­ສຣາ­ເອນທໍ້­ຖອຍທີ່ຈະຍົກຂ້າມໄປຍັງແຜ່ນ­ດິນຊຶ່ງພຣະຢາເວໄດ້ຊົງປະ­ທານແກ່ພວກເຂົາ?

ໂມເຊຖາມຄຳຖາມນີ້ເພື່ອແກ້ໄຂປະຊາຊົນຈາກເຜົ່າກາດ ແລະ ຣູເບັນ. ອາດຈະແປໄດ້ອີກວ່າ: "ຢ່າທໍ້ຖອຍໃຈ ... ແຜ່ນດິນທີ່ພຣະຢາເວໄດ້ມອບໃຫ້ພວກເຂົາ." ຫລື "ການກະທຳຂອງເຈົ້າອາດເຮັດໃຫ້ໃຈຂອງພວກເຂົາ ... ທີ່ດິນທີ່ພຣະຢາເວໄດ້ມອບໃຫ້ພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮັດໃຫ້ຈິດ­ໃຈຂອງຄົນອິ­ສຣາ­ເອນທໍ້­ຖອຍທີ່ຈະຍົກຂ້າມໄປ

ໃນນີ້ ຄຳວ່າ "ຈິດຈ" ແມ່ນຕົວແທນຂອງປະຊາຊົນຕົວເອງ ແລະຫມາຍ ເຖິງບ່ອນນັ່ງຂອງອາລົມຂອງພວກເຂົາ. ອາດຈະແປໄດ້ອີກວ່າ: "ຂັດຂວາງປະຊາຊົນອິດສະຣາເອນບໍ່ໃຫ້ໄປ" ຫລື "ເຮັດໃຫ້ປະຊາຊົນອິດສະຣາເອນບໍ່ຢາກໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)