lo_tn/num/32/04.md

3.5 KiB

ຂໍ້ມູນທົ່ວໄປ:

ປະຊາຊົນຈາກຣູ­ເບັນ ແລະ ກາດສືບຕໍ່ເວົ້າກັບໂມເຊ, ເອ­ເລ­ອາ­ຊາ, ແລະຜູ້ນຳຄົນອື່ນໆ

ເປັນແຜ່ນ­ດິນຊຶ່ງພຣະ­ຢາເວ­ ຊົງທຳ­ລາຍຕໍ່­ຫນ້າຄົນອິ­ສຣາເອນ

ພຣະ­ຢາເວເຮັດໃຫ້ຊາວອິດສະລາເອນເອົາຊະນະປະຊາຊົນຜູ້ທີ່ອາໄສຢູ່ໃນດິນແດນໄດ້ຖືກກ່າວເຖິງ ຄືກັບວ່າພຣະ­ຢາເວໄດ້ເດີນຕໍ່ຫນ້າຊາວອິດສະຣາເອນ ແລະ ໂຈມຕີປະຊາຊົນ. ອາດຈະແປໄດ້ອີກວ່າ: "ແຜ່ນດິນຕ່າງໆທີ່ພຣະ­ຢາເວຊ່ວຍພວກເຮົາໃຫ້ເອົາຊະນະປະຊາຊົນທີ່ອາໄສຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor | Metaphor)

ພວກເຮົາ, ແລະຄົນໃຊ້ຂອງທ່ານ

ປະຊາຊົນບັນດາເຜົ່າຂອງຣູ­ເບັນ ແລະ ກາດ ໄດ້ອ້າງເຖິງຕົວເອງໃນວິທີນີ້ເພື່ອສະແດງຄວາມເຄົາລົບຕໍ່ບຸກຄົນທີ່ມີອຳນາດສູງກວ່າ.

ຖ້າຂ້າ­ນ້ອຍທັງ­ຫລາຍເປັນທີ່ພໍໃຈໃນສາຍ­ຕາຂອງທ່ານ

ວະລີທີ່ວ່າ "ໃນສາຍຕາຂອງທ່ານ" ແມ່ນຄຳເວົ້າທີ່ເປັນເວົ້າສຳລັບຄວາມຄິດ ຫລື ຄວາມຄິດເຫັນ. ອາດຈະແປໄດ້ອີກວ່າ: "ຖ້າພວກຂ້ານ້ອຍໄດ້ຮັບຄວາມພໍໃຈຈາກທ່ານ" ຫລື "ຖ້າທ່ານພໍໃຈກັບພວກຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy | Metonymy)

ຂໍມອບແຜ່ນ­ດິນນີ້ເປັນກຳ­ມະ­ສິດແກ່ຄົນໃຊ້ຂອງທ່ານ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ມອບດິນແດນນີ້ໃຫ້ພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive | Active ຫລື Passive)

ຢ່າພາຂ້າ­ນ້ອຍທັງ­ຫລາຍຂ້າມແມ່­ນຳ້ຢໍ­ແດນໄປເລີຍ

ພວກເຂົາຕ້ອງການທີ່ດິນຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນແທນທີ່ຈະຂ້າມໄປທາງທິດຕາເວັນຕົກ ແລະ ອ້າງເອົາດິນຢູ່ທີ່ນັ້ນ. ອາດຈະແປໄດ້ອີກວ່າ: "ຢ່າເຮັດໃຫ້ພວກຂ້ານ້ອຍຂ້າມຈໍແດນໄປຍຶດເອົາດິນແດນທີ່ຢູ່ຂ້າງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit | ຄວາມຮູ້ແລະຂໍ້ມູນທີ່ສົມມຸດຕິຖານ)