lo_tn/num/31/18.md

1.7 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຜູ້ບັນຊາກອງທັບອິດສະຣາເອນກ່ຽວກັບການເປັນຄົນສະອາດຕໍ່ຫນ້າພຣະເຈົ້າ.

ເດັກ­ຜູ້­ຍິງທີ່ຍັງບໍ່ເຄີຍນອນຮ່ວມກັບຊາຍ

ນີ້ຫມາຍເຖິງເດັກຍິງທີ່ເປັນຍິງສາວບໍລິສຸດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ຜູ້ໃດທີ່ໄດ້ແຕະ­ຕ້ອງ

ໂມເຊ ກຳລັງກ່າວເຖິງຜູ້ໃດທີ່ສູ້ຮົບບໍ່ແມ່ນພຽງແຕ່ຜູ້ບັນຊາການເທົ່ານັ້ນ.

ຈົ່ງຊຳ­ລະຕົວ

ພວກເຂົາຕ້ອງໄດ້ທຳຄວາມສະອາດທາງວິນຍານອີກເທື່ອຫນຶ່ງກ່ອນທີ່ຈະເຂົ້າໄປໃນຄ້າຍ.

ເຄື່ອງຫນັງສັດທຸກສ່ວນ, ແລະເຄື່ອງຂົນແບ້ທັງຫມົດ, ແລະເຄື່ອງທີ່ເຮັດດ້ວຍໄມ້ທຸກສ່ວນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ທຸກສິ່ງທີ່ຜູ້ໃດຜູ້ຫນຶ່ງເຮັດດ້ວຍຂົນສັດ, ຂົນແບ້, ຫລື ໄມ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)