lo_tn/num/30/09.md

4.3 KiB

ຂໍ້ມູນທົ່ວໄປ:

ໂມເຊໄດ້ສືບຕໍ່ບອກຜູ້ນຳຂອງເຜົ່າໃນສິ່ງທີ່ພຣະຢາເວໄດ້ສັ່ງ.

ແມ່­ຮ້າງ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ຜູ້ຍິງທີ່ຖືກຢ່າຮ້າງໂດຍຜູ້ຊາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ທີ່ນາງເວົ້າຜູກມັດຕົນເອງ

ຕໍ່ໄປນີ້ໂມເຊເວົ້າເຖິງວິທີທີ່ຜູ້ຍິງໄດ້ເຮັດສັນຍາວ່າຕົນເອງຈະເຮັດຕາມ ຄຳສັນຍາ ຄືກັບວ່າຄຳສັນຍາຂອງນາງແມ່ນເປັນວັດຖຸທີ່ມີຕົວຕົນ ທີ່ນາງໄດ້ຜູກມັດກັບຮ່າງກາຍຂອງນາງ. ອາດຈະແປໄດ້ອີກວ່າ: "ເຊິ່ງນາງໄດ້ສັນຍາວ່າຕົນເອງຈະສຳເລັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄຳເວົ້ານັ້ນຈະຍັງຢູ່

ນີ້ແມ່ນສຳນວນ. ມັນຫມາຍຄວາມວ່າຄຳປະຕິຍານຂອງນາງຈະມີຜົນບັງຄັບໃຊ້ ແລະ ນາງຈະຖືກຮຽກຮ້ອງໃຫ້ປະຕິບັດຕາມຄຳປະຕິຍານເຫລົ່ານັ້ນ. ເບິ່ງເພີ່ມເຕີມທີ່ທ່ານແປປະໂຫຍກນີ້ໃນ 30: 3. ອາດຈະແປໄດ້ອີກວ່າ: "ນາງຈະຖືກບັງຄັບໃຫ້ປະຕິບັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຖ້ານາງປະ­ຕິ­ຍານໄວ້ໃນເຮືອນຂອງຜົວນາງ

ນີ້ຫມາຍເຖິງຜູ້ຍິງທີ່ແຕ່ງງານແລ້ວ. ທ່ານສາມາດເຮັດໃຫ້ຄວາມຫມາຍຂອງຄຳເວົ້ານີ້ຈະແຈ້ງຂື້ນ. ອາດຈະແປໄດ້ອີກວ່າ: "ຖ້າຜູ້ຍິງທີ່ແຕ່ງງານແລ້ວປະຕິຍານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຄຳປະ­ຕິ­ຍານຂອງນາງທັງຫມົດ...ຈະຍັງຢູ່ເຊັ່ນກັນ

ນີ້ແມ່ນສຳນວນ. ວະລີທີ່ວ່າ "ຍັງມີຜົນບັງຄັບໃຊ້" ຫມາຍຄວາມວ່າຄໍາປະຕິຍານຂອງນາງຈະມີຜົນບັງຄັບໃຊ້ ແລະ ນາງຈະຖືກຮຽກຮ້ອງໃຫ້ປະຕິບັດຄໍາປະຕິບັດເຫລົ່ານັ້ນ. ເບິ່ງເພີ່ມເຕີມທີ່ທ່ານແປປະໂຫຍກນີ້ໃນ 30: 3. ອາດຈະແປໄດ້ອີກວ່າ: "ຫລັງຈາກນັ້ນນາງຕ້ອງປະຕິບັດຄຳປະຕິຍານທັງຫມົດຂອງນາງ ... ນາງຕ້ອງປະຕິບັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄຳປະ­ຕິ­ຍານຂອງນາງທັງຫມົດ...ຄຳສັນ­ຍາທຸກຢ່າງຊຶ່ງນາງຜູກມັດຕົວເອງຈະຍັງຢູ່ເຊັ່ນກັນ

ຄຳຖະແຫລງການສອງຢ່າງນີ້ເວົ້າໂດຍພື້ນຖານສິ່ງດຽວກັນສອງຄັ້ງເພື່ອເນັ້ນຫນັກ ແລະ ສາມາດລວມເຂົ້າກັນ. ອາດຈະແປໄດ້ອີກວ່າ: "ຫລັງຈາກນັ້ນທຸກໆຄຳປະຕິຍານ ແລະ ຄຳຫນັ້ນສັນຍາຂອງນາງທີ່ລາວໄດ້ເຮັດຈະຕ້ອງມີຜົນບັງຄັບໃຊ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)