lo_tn/num/30/08.md

3.2 KiB

ໃຫ້ຄຳທີ່ນາງປະ­ຕິ­ຍານ...ດ້ວຍຮີມ­ປາກທີ່ບໍ່ທັນຄິດຂອງນາງ

"ຄໍາປະຕິຍານທີ່ນາງໄດ້ເຮັດ ... ນັ້ນແມ່ນການເວົ້າລົມຂອງຮີມປາກຂອງນາງ." ສອງວະລີນີ້ຫມາຍເຖິງສິ່ງດຽວກັນ. ວະລີທີສອງອະທິບາຍຄຳປະຕິຍານທີ່ຜູ້ຍິງເຮັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ດ້ວຍຮີມ­ປາກທີ່ບໍ່ທັນຄິດຂອງນາງ

ວະລີທີ່ວ່າ "ຮີມປາກເວົ້າອອກ" ຫມາຍເຖິງຄຳສັນຍາທີ່ບໍ່ທັນຄິດທີ່ນາງໄດ້ເຮັດ. ນີ້“ ຮີມປາກຂອງນາງ” ຫມາຍເຖິງນາງອງ. ນາງໄດ້ຖືກເອີ້ນວ່າ "ຮີມປາກຂອງນາງ" ເພາະວ່າຮີມປາກແມ່ນກ່ຽວຂ້ອງກັບສິ່ງທີ່ນາງເວົ້າ. ອາດຈະແປໄດ້ອີກວ່າ: "ສິ່ງທີ່ບໍ່ທັນຄິດທີ່ນາງໄດ້ເວົ້າ" ຫລື "ຄຳສັນຍາທີ່ບໍ່ຄິດຂອງນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຊຶ່ງຜູກມັດນາງຕົນເອງ

ຕໍ່ໄປນີ້ໂມເຊເວົ້າເຖິງວິທີທີ່ຜູ້ຍິງໄດ້ເຮັດສັນຍາວ່າຕົນເອງຈະເຮັດຕາມຄຳສັນຍາຄືກັບວ່າຄຳສັນຍາຂອງນາງແມ່ນເປັນວັດຖຸທີ່ມີຕົວຕົນ ທີ່ນາງໄດ້ຜູກມັດກັບຮ່າງກາຍຂອງນາງ. ອາດຈະແປໄດ້ອີກວ່າ: "ຊຶ່ງນາງໄດ້ສັນຍາວ່າຕົນເອງຈະສຳເລັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະ­ຢາເວຈະອະ­ໄພໃຫ້ແກ່ນາງ

ນີ້ແມ່ນໂມເຊເວົ້າກ່ຽວກັບພຣະ­ຢາເວໃຫ້ອະໄພແມ່ຍິງທີ່ບໍ່ໄດ້ເຮັດຕາມຄຳປະຕິຍານຂອງພຣະອົງ ຄືກັບວ່າພຣະອົງໄດ້ປ່ອຍຕົວນາງຈາກບາງສິ່ງບາງຢ່າງທີ່ຜູກມັດນາງ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ອີກວ່າ: "ພຣະ­ຢາເວຈະໃຫ້ອະໄພນາງ" ຫລື "ພຣະ­ຢາເວຈະໃຫ້ອະໄພນາງ ທີ່ບໍ່ໄດ້ປະຕິບັດຄຳສາບານຂອງນາງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])