lo_tn/num/30/06.md

4.0 KiB

ສິ່ງທີ່ນາງປະ­ຕິ­ຍານໄວ້ ຫລືກ່າວດ້ວຍຮີມ­ປາກທີ່ບໍ່ທັນຄິດຊຶ່ງຜູກມັດນາງ

ຕໍ່ໄປນີ້ໂມເຊເວົ້າເຖິງວິທີທີ່ຜູ້ຍິງໄດ້ເຮັດສັນຍາວ່າຕົນເອງຈະເຮັດຕາມຄຳສັນຍາ ຄືກັບວ່າຄຳສັນຍາຂອງນາງແມ່ນເປັນວັດຖຸທີ່ມີຕົວຕົນ ທີ່ນາງໄດ້ຜູກມັດກັບຮ່າງກາຍຂອງນາງ. ອາດຈະແປໄດ້ອີກວ່າ: "ຊຶ່ງນາງໄດ້ສັນຍາວ່າຕົນເອງຈະສຳເລັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄຳສັນ­ຍາທີ່ຜູກມັດນາງໄວ້ກໍດີ

ໃນທີ່ນີ້ຜູ້ເປັນພໍ່ລົບລ້າງຄຳສັນຍາຂອງນາງແມ່ນເວົ້າຄືກັບວ່າລາວກຳລັງຄອບງຳ "ນາງ." ອາດຈະແປໄດ້ອີກວ່າ: "ຖ້ານາງລົບລ້າງຄຳສັນຍາອງນາງ" ຫລື "ຖ້າລາວຍົກເລີກຄໍາສັນຍາຂອງນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທີ່ຜູກມັດນາງຈະບໍ່ຄົງຢູ່

ນີ້ແມ່ນສຳນວນ. ມັນຫມາຍຄວາມວ່າຄຳປະຕິຍານຂອງນາງຈະບໍ່ມີຜົນບັງຄັບໃຊ້ ແລະ ນາງຈະບໍ່ຖືກຮຽກຮ້ອງໃຫ້ປະຕິບັດຄຳປະຕິຍານເຫລົ່ານັ້ນ. ອາດຈະແປໄດ້ອີກວ່າ: "ນາງຈະບໍ່ຖືກບັງຄັບໃຫ້ປະຕິບັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພຣະ­ຢາເວຈະຊົງອະ­ໄພໃຫ້ແກ່ນາງ

ສິ່ງນີ້ຫມາຍເຖິງການໃຫ້ອະໄພແກ່ນາງ ພຣະ­ຢາເວທີ່ບໍ່ໄດ້ເຮັດຄຳປະຕິຍານຂອງນາງ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ອີກວ່າ: "ພຣະຢາເວຈະໃຫ້ອະໄພນາງທີ່ບໍ່ໄດ້ປະຕິບັດຄຳປະຕິຍານຂອງນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ສິ່ງທີ່ນາງປະ­ຕິ­ຍານໄວ້ນັ້ນ

ນີ້ແມ່ນສຳນວນ. ການເປັນ "ພາຍໃຕ້" ຄຳປະຕິຍານຂອງນາງຫມາຍຄວາມວ່ານາງຍຶດຫນັ້ນກັບພວກເຂົາ ແລະ ວ່າພວກເຂົາຍັງມີຜົນບັງຄັບໃຊ້ຢູ່. ອາດຈະແປໄດ້ອີກວ່າ: "ໃນຂະນະທີ່ນາງຍັງມຸ້ງຫນັ້ນຕໍ່ຄຳປະຕິຍານເຫລົ່ານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ບໍ່ທັນຄິດ

ບາງສິ່ງບາງຢ່າງເຮັດໄດ້ໂດຍບໍ່ຄິດ

ຜູກມັດ

ຄຳວ່າ "ການຜູກມັດ" ສາມາດສະແດງອອກດ້ວຍຄຳກຳລິຍາ "ຜູກມັດ." ອາດຈະແປໄດ້ອີກວ່າ: "ສິ່ງທີ່ນາງມີພັນທະໃຫ້ກັບຕົນເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)