lo_tn/num/30/03.md

3.3 KiB

ຜູກມັດຕົວໄວ້ດ້ວຍຄຳສັນ­ຍາ

ຕໍ່ໄປນີ້, ໂມເຊເວົ້າເຖິງບຸກຄົນທີ່ສັນຍາວ່າຈະເຮັດບາງສິ່ງບາງຢ່າງຄືກັບຄຳສັນຍາຂອງລາວແມ່ນເປັນວັດຖຸທີ່ມີຕົວຕົນທີ່ພົວພັນກັບຕົວລາວເອງ. ອາດຈະແປໄດ້ອີກວ່າ: "ມຸ່ງຫນັ້ນທີ່ຈະເຮັດຕາມຄຳສັນຍາ" ຫລື "ສັນຍາວ່າຈະເຮັດຫຍັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ປະ­ຕິ­ຍານໄວ້ ແລະຄຳສັນ­ຍາຂອງນາງ

ສອງວະລີນີ້ມີຄວາມຫມາຍທີ່ຄ້າຍຄືກັນຫລາຍ. ພວກເຂົາເນັ້ນຫນັກເຖິງສິ່ງທີ່ນາງໄດ້ສັນຍາວ່າຈະເຮັດ. ອາດຈະແປໄດ້ອີກວ່າ: "ຄຳ ປະຕິຍານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ດ້ວຍຄຳສັນ­ຍາທີ່ນາງຜູກມັດຕົວເອງ

ຕໍ່ໄປນີ້ໂມເຊເວົ້າເຖິງວິທີທີ່ຜູ້ຍິງໄດ້ເຮັດສັນຍາວ່າຕົນເອງຈະເຮັດຕາມ ຄຳສັນຍາຄືກັບວ່າຄຳສັນຍາຂອງນາງແມ່ນເປັນວັດຖຸທີ່ມີຕົວຕົນ ທີ່ນາງໄດ້ຜູກມັດກັບຮ່າງກາຍຂອງນາງ. ອາດຈະແປໄດ້ອີກວ່າ: "ຊຶ່ງນາງໄດ້ສັນຍາວ່າຕົນເອງຈະສຳເລັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບໍ່ໄດ້ເວົ້າຫຍັງກັບນາງ

"ເພື່ອຍົກເລີກສິ່ງທີ່ນາງເວົ້າ"

ກໍໃຫ້ຄຳທີ່ປະ­ຕິ­ຍານໄວ້ນັ້ນຄົງຢູ່, ແລະໃຫ້ຄຳສັນ­ຍາ...ທີ່ຜູກມັດນາງໄວ້ນັ້ນຄົງຢູ່

ຄຳກ່າວສອງຢ່າງນີ້ໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນຫນັກວ່ານາງຕ້ອງຮັກສາຄຳສາບານທັງຫມົດຂອງນາງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ທີ່ຜູກມັດນາງໄວ້ນັ້ນຄົງຢູ່

ນີ້ແມ່ນສຳນວນ. ມັນຫມາຍຄວາມວ່າຄຳປະຕິຍານຂອງນາງຈະມີຜົນບັງຄັບໃຊ້ ແລະ ວ່ານາງຈະຖືກຮຽກຮ້ອງໃຫ້ປະຕິບັດຄຳປະຕິຍານເຫລົ່ານັ້ນ. ອາດຈະແປໄດ້ອີກວ່າ: "ນາງຈະຖືກຜູກມັດໃຫ້ປະຕິບັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)