lo_tn/num/24/06.md

2.8 KiB

ຂໍ້ມູນທົ່ວໄປ:

ບາລາອາມສືບຕໍ່ທຳນວາຍພາຍໃຕ້ການຄວບຄຸມຂອງພຣະວິນຍານຂອງພຣະເຈົ້າ.

ເຫມືອນກັບຮ່ອມພູເຫລົ່ານັ້ນທີ່ແຜ່ຂະຫຍາຍອອກໄປ

ບາລາອາມເວົ້າເຖິງຊາວອິດສະຣາເອນຄືກັບວ່າພວກເຂົາມີຈຳນວນຫລາຍພໍທີ່ຈະປົກຄຸມຮ່ອມພູທັງຫມົດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຫມືອນສວນທັງຫລາຍທີ່ຢູ່ແຄມແມ່ນໍ້າ

ບາລາອາມເວົ້າກ່ຽວກັບຊາວອິດສະຣາເອນ ຄືກັບວ່າພວກເຂົາເປັນສວນນໍ້າທີ່ມີຄຸນນະພາບດີ ຊຶ່ງໃຫ້ຜົນຜະລິດໄດ້ຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຕົ້ນເກດສະຫນາ ຊຶ່ງພຣະຢາເວໄດ້ຊົງປູກໄວ້

ເກດສະຫນາ ແມ່ນພືດທີ່ມີກິ່ນທີ່ສຸກທີ່ຈະເລີນເຕີບໂຕໄດ້ດີ ເຖິງແມ່ນວ່າຈະຢູ່ໃນສະພາບແຫ້ງແລ້ງ. ບາລາອາມເວົ້າກ່ຽວກັບຊາວອິດສະຣາເອນ ຄືກັບວ່າພວກເຂົາຈະເລີນຮຸ່ງເຮືອງ ແລະ ເປັນສຸກຄືກັບຕົ້ນໄມ້ເກດສະຫນາ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດຈະແປໄດ້ອີກວ່າ: "ສິ່ງທີ່ພຣະເຢເວໄດ້ປູກໄວ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-unknown]] ແລະ [[rc:///ta/man/translate/figs-simile]] ແລະ rc://*/ta/man/translate/figs-activepassive)

ເຫມືອນຕົ້ນສົນສີດາທີ່ຖືກປູກໄວ້ແຄມສາຍນໍ້າ

ຕົ້ນໄມ້ສົນສີດາແມ່ນຕົ້ນໄມ້ໃຫຍ່ທີ່ສຸດໃນອິດສະຣາເອນ. ບາລາອາມເວົ້າກ່ຽວກັບຊາວອິດສະຣາເອນ ຄືກັບວ່າພວກເຂົາເຕີບໃຫຍ່ຂະຫນາດໃຫຍ່ເຊັ່ນດຽວກັນກັບຕົ້ນໄມ້ສົນສີດາທີ່ມີຄວາມຊຸ່ມຊື່ນດີ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)