lo_tn/num/22/02.md

3.0 KiB

ບາຫລາກລູກຊາຍຂອງຊິບໂປ

ບາຫລາກເປັນກະສັດແຫ່ງໂມອາບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຊິບໂປ

ຊິບໂປແມ່ນພໍ່ຂອງບາຫລາກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຊາວໂມອາບຈຶ່ງຢ້ານຄົນເຫລົ່ານັ້ນຫລາຍເພາະພວກເຂົາມີຈຳນວນຫລວງຫລາຍ...ຊາວໂມອາບກໍຢູ່ໃນຄວາມຢ້ານກົວຕໍ່ຄົນອິດສະຣາເອນ

ສອງວະລິນີ້ມີຄວາມຫມາຍດຽວກັນ, ແລະເນັ້ນຫນັກວ່າໂມອາບຢ້ານຫລາຍປານໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຊາວໂມອາບຈຶ່ງຢ້ານກົວ

ທີ່ນີ້ "ໂມອາບ" ຫມາຍເຖິງປະຊາຊົນໂມອາບ. ອາດຈະແປໄດ້ອີກວ່າ: "ຊາວໂມອາບທຸກຄົນມີຄວາມຢ້ານກົວຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເພາະພວກເຂົາມີຈຳນວນຫລວງຫລາຍ

"ເພາະວ່າມີຫລາຍຄົນໃນພວກເຂົາ"

ກະສັດແຫ່ງໂມອາບ ໄດ້ເວົ້າຕໍ່ພວກຜູ້ອາວຸໂສຂອງຄົນມີດີອານ

ຊາວໂມອາບ ແລະຊາວມີດີອານແມ່ນສອງເຜົ່າທີ່ແຕກຕ່າງກັນ, ແຕ່ພວກມີດີອານໄດ້ອາໄສຢູ່ໃນແຜ່ນດິນໂມອາບໃນເວລານັ້ນ.

ຄົນຫລວງຫລາຍເຫລົ່ານີ້ຈະກິນທັງຫມົດສິ່ງທີ່ຢູ່ອ້ອມຮອບພວກເຮົາເຫມືອນດັ່ງງົວກິນຫຍ້າຢູ່ຕາມທົ່ງນາ

ວິທີທີ່ຊາວອິດສະຣາເອນຈະທຳລາຍສັດຕູຂອງພວກເຂົາຖືກເວົ້າເຖິງຄືກັບວ່າພວກເຂົາມີງົວກຳລັງກິນຫຍ້າຢູ່ໃນທົ່ງນາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ບັດນີ້ບາຫລາກລູກຊາຍຂອງຊິບໂປເປັນກະສັດແຫ່ງໂມອາບໃນເວລານັ້ນ

ສິ່ງນີ້ປ່ຽນຈາກເລື່ອງຕົ້ນຕໍມາເປັນຂໍ້ມູນພື້ນຖານກ່ຽວກັບບາຫລາກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)