lo_tn/num/20/14.md

1.9 KiB

ຍາດຕິພີ່ນ້ອງຂອງທ່ານ

ໂມເຊໃຊ້ວະລີນີ້ເພື່ອເນັ້ນຫນັກວ່າຊາວອິດສະຣາເອນ ແລະ ຊາວເອໂດມມີຄວາມສຳພັນກັນ ເພາະວ່າບັນພະບຸລຸດຂອງພວກເຂົາຄືຢາໂຄບ ແລະເອຊາວເປັນອ້າຍນ້ອງກັນ.

ເມື່ອພວກເຮົາຮ້ອງທູນຕໍ່ພຣະຢາເວ

"ໃນເວລາທີ່ພວກເຮົາໄດ້ອະທິຖານຫາພຣະຢາເວ ຂໍໃຫ້ພຣະອົງຊ່ວຍພວກເຮົາ"

ພຣະອົງຊົງໄດ້ຍິນສຽງຂອງພວກເຮົາ

ໃນນີ້ຄຳວ່າ “ສຽງ” ຫມາຍເຖິງສຽງຮ້ອງຂອງພວກເຂົາ ຫລື ສິ່ງທີ່ພວກເຂົາເວົ້າກັບພຣະອົງ. ອາດຈະແປໄດ້ອີກວ່າ: "ພຣະອົງໄດ້ຍິນສຽງຮ້ອງຂອງພວກເຮົາ" ຫລື "ພຣະອົງໄດ້ຍິນສິ່ງທີ່ພວກເຮົາຮ້ອງຂໍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເບິ່ງແມ

"ເບິ່ງແມ" ທີ່ນີ້ຫມາຍເຖິງການປ່ຽນຫົວຂໍ້. ພວກເຂົາພຽງແຕ່ເວົ້າກ່ຽວກັບອະດີດຂອງພວກເຂົາ. ບັດນີ້ພວກເຂົາເວົ້າກ່ຽວກັບສະຖານະການໃນປະຈຸບັນຂອງພວກເຂົາ ໃນຂະນະທີ່ພວກເຂົາກະກຽມທີ່ຈະຂໍໃຫ້ກະສັດເຮັດສິ່ງໃດສິ່ງຫນຶ່ງ.